ເຫັນດີເປັນເອກະພາບແຜນຮ່າງປ່ອນບັດໄວ້ວາງໃຈ ສຳລັບບັນດາຜູ້ຮັກສາຕຳແໜ່ງ
ທ່ານ ຮອງປະທານສະພາແຫ່ງຊາດ Uong Chu Luu ກ່າວຄຳເຫັນທີ່ກອງປະຊຸມ
(vovworld) - ເພື່ອແນໃສ່ສ້າງສຳເລັດແຜນຮ່າງ: “ຂັ້ນຕອນ, ລະບຽບການ, ຮູບແບບປະຕິບັດການ ປ່ອນບັດໄວ້ວາງໃຈ ສຳລັບບັນດາຜູ້ຮັກສາຕຳແໜ່ງ ໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ແລະ ໃຫ້ສັດຕະຍາບັນ”, ຕອນບ່າຍວັນທີ 11/6, ບັນດາສະມາຊິກໃນໜ່ວຍຮຽບຮຽງແຜນຮ່າງ ໄດ້ຈັດກອງປະຊຸມ, ຮັບເອົາຄຳຄິດຄຳເຫັນຂອງບັນດາສະມາຊິກ ເພື່ອເປັນເອກະພາບກັນໃນການກຳນົດທິດ, ວາງແຜນການສ້າງແຜນຮ່າງນີ້. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ Uong Chu Luu ເນັ້ນໜັກວ່າ: ເລື່ອງຈັດຕັ້ງ ປ່ອນບັດໄວ້ວາງໃຈສຳລັບຜູ້ຮັກສາຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນ ເລືອກຕັ້ງ ແລະ ໃຫ້ສັດຕະຍາບັນ ແມ່ນທັດສະນະຊີ້ນຳມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງພັກ ໃນການປະຕິບັດນະໂບຍາຍພະນັກງານ, ພ້ອມທັງສ້າງປະຖົມປັດໄຈໃຫ້ແກ່ການປະຕິບັດບັນດາຂໍ້ກຳນົດ ກ່ຽວກັບການປ່ອນບັດໄວ້ວາງໃຈໃນໄລຍະຈະມາເຖິງ. ບັນຫານີ້ ກໍແມ່ນເນືອໃນສຳຄັນໃນແຜນຮ່າງສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງ ສະພາແຫ່ງຊາດ. ທີ່ກອງປະຊຸມ, ບັນດານັກຊ່ຽວຊານ, ນັກຄຸ້ມຄອງ ສະມາຊິກຂອງໜ່ວຍຮຽບຮຽງ ໄດ້ປຶກສາຫາລື ກ່ຽວກັບບັນຫາຕົ້ນຕໍຂອງແຜນຮ່າງຄື: ຂອບເຂດການຄົ້ນຄ້ວາ, ຈຸດປະສົງ, ຄວາມໝາຍຂອງການປ່ອນບັດໄວ້ວາງໃຈ, ຂອບເຂດ, ເປົ້າໝາຍທີ່ຕ້ອງມີການປ່ອນບັດໄວ້ວາງໃຈ, ເວລາຈັດຕັ້ງການປ່ອນບັດໄວ້ວາງໃຈ, ມາດຖານ ແລະ ເນື້ອໃນການຕີລາຄາ, ສະແດງໃຫ້ເຫັນຄວາມໄວ້ວາງໃຈ, ຂັ້ນຕອນ, ລະບຽບການຈັດຕັ້ງການປ່ອນບັດໄວ້ວາງໃຈ...