ເອກອັກຄະລັດຖະທູດ ຫວຽດນາມປະຈຳ ອາເມລິກາຮຽກຮ້ອງການເຂົ້າຮ່ວມ ພັດທະນາອະນຸພາກພື້ນແມ່ນ້ຳຂອງ
ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາ
(ພາບ: vietnamembassy-usa.org)
(vovworld)- ໂດຍໄດ້ຮັບຄຳເຊີນຂອງກອງທຶນກຸ່ມ P80 (P80 Group Foundation) ໂດຍບັນດາອະດີດປະມຸກລັດຂອງກ່ວາ 90 ປະເທດ, ໃນນັ້ນມີທ່ານອະດີດປະທານາທິບໍດີອາເມລິກາ Bill Clinton ເປັນຜູ້ກໍ່ຕັ້ງຮ່ວມ, ທ່ານຫງວຽນກວກເກື່ອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຫາກໍ່ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສບັນດາມາດຕະການທົ່ວໂລກກ່ຽວຂ້ອງເຖິງການນຳໃຊ້ເຕັກໂນໂລຊີໃໝ່ໃນຖານະເປັນນັກປະຖະປະຖາ.
ກ່າວຄຳເຫັນຕໍ່ໜ້າຜູ້ຕາງໜ້າບັນດາອົງການປົກຄອງ, ອົງການບໍ່ຂຶ້ນກັບລັດຖະ ບານ ແລະ ກອງທຶນລົງທຶນອາເມລິກາ, ທ່ານເອກອັກຄະລັດຖະທູດຫງວຽນກວກເກື່ອງ ຊົມເຊີຍຄວາມມານະພະຍາຍາມທີ່ມີຄວາມໝາຍທີ່ສຸດຂອງກອງທຶນກຸ່ມ P80 ແລະ ບັນດາຄູ່ຮ່ວມມື ໃນຄວາມມມານະພະຍາຍາມເຊື່ອມຕໍ່ການໜູນຊ່ວຍໃຫ້ແກ່ການຖ່ອຍຖອດເຕັກໂນໂລຊີຂຽວ ແລະ ຍືນຍົງກັບບັນດາປະເທດພວມພັດທະນາ, ໃນນັ້ນມີຫວຽດນາມ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ: ການຮ່ວມມືພັດທະນາແບບຍືນຍົງຢູ່ອະນຸພາກພື້ນແມ່ນ້ຳຂອງແມ່ນໜຶ່ງໃນບັນດາ ບຸລິມະສິດອັນດັບໜຶ່ງຂອງລັດຖະບານຫວຽດນາມ. ເພື່ອສືບຕໍ່ປະກອບສ່ວນພັດທະນາພາກພື້ນນີ້ແບບຍືນຍົງ, ທ່ານເອກອັກຄະລັດຖະທູດຫງວຽນກວກເກື່ອງ ຮຽກຮ້ອງບັນດາວິສາຫະກິດ, ອົງການຈັດຕັ້ງ ແລະ ບັນດາມະຫາວິທະຍາໄລອາເມລິກາ ຈົ່ງພ້ອມກັນເຂົ້າຮ່ວມການຜັນຂະຫຍາຍການຮ່ວມມືລະຫວ່າງພາກລັດ-ເອກະຊົນ, ຮ່ວມມືຄົ້ນຄ້ວາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແບ່ງປັນຂໍ້ມູນ ແລະ ບົດຮຽນ, ຖ່າຍຖອດເຕັກໂນໂລຊີກ່ຽວຂ້ອງເຖິງແນວພັນປູກທີ່ໃຫ້ສະມັດຕະພາບສູງ…../.