ເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາ ຢ້ຽມຢາມກອງບັນຊາການປະຊີຟິກ ແລະ ລັດ Hawaii

(VOVWORLD) - ຫວ່າງແລ້ວນີ້, ທ່ານ ຟ້າມກວາງວີງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ໄປປະຕິບັດງານຢູ່ ລັດ Hawaii.
ເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາ ຢ້ຽມຢາມກອງບັນຊາການປະຊີຟິກ ແລະ ລັດ Hawaii - ảnh 1 ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວີງ ຢ້ຽມຢາມລັດ Hawaii

ໃນການຢ້ຽມຢາມລະຫວ່າງວັນທີ 27 ເຖິງ 29 ກັນຍາ 2017, ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວີງ ໄດ້ມີການພົບປະກັບ ທ່ານ David Ige ຜູ້ວ່າການ ລັດ Hawaii, ທ່ານ ພົນເຮືອເອກ Harry Harris ຜູ້ບັນຊາກອງບັນຊາການ ປາຊີຟິກ (PACOM) ແລະ ນາຍພົນຕ່າງໆ, ….

        ທີ່ການພົບປະກັບທ່ານ David Ige ແລະ ບັນດາຄູ່ຮ່ວມມື ອາເມລິກາ, ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວີງ ໄດ້ເຕື້ອງເຖິງບັນດາບາດກ້າວກະໂດດຂັ້ນໃນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ໃນຊຸມປີຜ່ານມາ, ສາຍພົວພັນຄູ່ຮ່ວມມືຮອບດ້ານສືບຕໍ່ພັດທະນາໃນທຸກຂົງເຂດ. ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວີງ ໃຫ້ຮູ້ວ່າ ຫວຽດນາມ ໄດ້ ແລະ ພວມສົມທົບກັນຢ່າງແໜ້ນແຟ້ນກັບບັນດາພື້ນຖານເສດຖະກິດສະມາຊິກ, ໃນນັ້ນມີ ອາເມລິກາ, ຈັດຕັ້ງປີ APEC 2015 ເປັນຢ່າງດີ, ຊຸກຍູ້ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ອາຊີ - ປາຊີຟິກ ກວ່າອີກ.

        ຜູ້ວ່າການລັດ Hawaii David Ige ຕີລາຄາສູງແງ່ຫວັງການຮ່ວມມືລະຫວ່າງສອງປະເທດເວົ້າລວມ, ລະຫວ່າງ Hawaii ແລະ ບັນດາທ້ອງຖີ່ນຂອງ ຫວຽດນາມ ເວົ້າສະເພາະ, ພິເສດແມ່ນໃນບັນດາຂົງເຂດຄື: ເສດຖະກິດ, ການຄ້າ, ການສຶກສາ, ພະລັງງານຜະລິດຄືນໃໝ່ ແລະ ການປ່ຽນແປງຂອງ ດິນຟ້າອາກາດ.

        ໃນການຢ້ຽມຢາມ PACOM, ທ່ານ ເອກອັກຄະລັດຖະທູດ ຕີລາຄາສູງການພັດທະນາສາຍພົວພັນລວມລະຫວ່າງສອງປະເທດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ. ທ່ານ ເອກອັກຄະລັດຖະທູດ ປາດຖະໜາວ່າ ສອງຝ່າຍສືບຕໍ່ຜັນຂະຫຍາຍ ບົດບັນທຶກຊ່ວຍຈຳ ກ່ຽວກັບການຊຸກຍູ້ສາຍພົວພັນຮ່ວມມືປ້ອງກັນປະເທດ (2011) ແລະ ຖະແຫຼງການວິໄສທັດລວມ ກ່ຽວກັບການພົວພັນປ້ອງກັນປະເທດ (2015) ຢ່າງມີປະສິດທິຜົນ;…

ຕອບກັບ

ຂ່າວ/ບົດ​ອື່ນ