ເອກອັກຄະລັດຖະທູດອິນໂດເນເຊຍສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດຢູ່ຫວຽດນາມ

ເອກອັກຄະລັດຖະທູດອິນໂດເນເຊຍສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດຢູ່ຫວຽດນາມ - ảnh 1
ທ່ານພົນ​ເອກ ​ເຈີ່ນ​ດ້າຍ​ກວາງ ຕ້ອນຮັບ​
ທ່ານ Mayerfas ​ເອກ​ອັກຄະ​ລັດຖະທູດອິນ​ໂດ​ເນ​ເຊຍ
(ພາບ: cand.com.vn)

(vovworld) - ວັນ​ທີ 19/01, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ທ່ານ Mayerfas ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ອິນ​ໂດ​ເນ​ເຊຍ ປະຈຳ ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​​ການ​ປະຕິບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດນາມ, ທ່ານພົນ​ເອກ ​ເຈີ່ນ​ດ້າຍ​ກວາງ ລັດຖະມົນ​ຕີ​ວ່າການ​ກະຊວງຕຳຫລວດ ຫວຽດນາມ ​ໄດ້ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ເມື່ອ​ເຫັນ​ວ່າໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ນັບ​ມື້​ນັບ​ພັດທະນາ​ໃນ​ທຸກ​ຂົງ​ເຂດ. ຜ່ານ​ນັ້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ 2 ປະ​ເທດ​ເວົ້າ​ສະ​ເພາະ ​ແລະ ພາກ​ພື້ນ​ເວົ້າ​ລວມຢ່າງ​ເປ​ັນປົກກະຕິ ​ແລະ ໝັ້ນ​ຄົງ.

        ສ່ວນທ່ານ​ເອກ​ອັກຄະ​ລັດຖະທູດ Mayerfas ຢືນຢັນ​ວ່າ: ​​​ໃນຖ​ານະ​ຕຳ​ແໜງ​ໃໝ່, ທ່ານ​ເອກ​ອັກຄະ​ລັດຖະທູດຈະ​ສືບ​ຕໍ່​ມານະ​ພະຍາຍາມ​ນຳ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃຫ້ນັບ​ມື້​ນັບ​ພັດທະນາ​ຢ່າງ​ແໜ້ນ​ແຟ້ນ ​ແລະ ຮອບດ້ານ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ