(ພາບປະກອບ)
(vovworld) – ວັນທີ 16/12, ທີ່ພິທີຍື່ນສານຕາຕັ້ງຂອງທ່ານປະທານປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ເຈືອງເຕີ໋ນຊາງ ຕໍ່ທ່ານປະທານາທິບໍດີ ອີຢິບ Abdel Fbdel Fattah sl-Sisi, ທ່ານເອກອັກຄະລັດຖະທູດ ໂດຮ່ວາງລອງ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ຖື ອີຢິບ ເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ຢູ່ພາກພື້ນ. ທ່ານເອກອັກຄະລັດຖະທູດ ປາດຖະໜາຢາກໄດ້ຮັບການໜູນຊ່ວຍຈາກທ່ານປະທານາທິບໍດີ ເພື່ອໃຫ້ບັນດາກະຊວງ, ຂະແໜງການ ອີຢິບ ແລະ ຫວຽດນາມ ຮ່ວມມືຢ່າງແໜ້ນແຟ້ນ, ປະກອບສ່ວນນຳການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຮງ. ທ່ານເອກອັກຄະລັດຖະທູດ ກໍຖືວ່າ: ເລື່ອງແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນບັນດາການຢ້ຽມຢາມຢ່າງເປັນທາງການຂອງການນຳຂັ້ນສູງ 2 ປະເທດ ຈະມີຄວາມໝາຍສຳຄັນທີ່ສຸດໃນໄລຍະຈະມາເຖິງ.
ສ່ວນທ່ານ ປະທານາທິບໍດີ Abdel Fbdel Fattah sl-Sisi ເຊື່ອໜັ້ນວ່າ: ບັນດາການຢ້ຽມຢາມຂັ້ນສູງຂອງການນຳ 2 ຝ່າຍໃນໄລຍະຈະມາເຖິງ ຈະປະກອບສ່ວນນຳການພົວພັນ 2 ປະເທດຂຶ້ນສູ່ລະດັບສູງໃໝ່. ທ່ານປະທານາທິບໍດີ ອີຢິບ ຫວັງວ່າ: ໃນໄລຍະປະຕິບັດໜ້າທີ່ທາງການທູດຂອງຕົນ, ທ່ານເອກອັກຄະລັດຖະທູດ ຈະມີບັນດາການປະກອບສ່ວນທີ່ມີຄວາມໝາຍເຂົ້າໃນການຮັກສາປັງປຸງ ແລະ ພັດທະນາການພົວພັນພວມດີງາມລະຫວ່າງ ອີຢິບ ແລະ ຫວຽດນາມ ຢ່າງແຂງແຮງກ່ວາອີກ.