ເອີ​ຣົບ ກ່າວ​ເຕືອນ​ບັນ​ດາ​ຄວາມ​ສ່ຽງ​ແກ່​ວິ​ວັດ​ການ​ເຈ​ລະ​ຈາ​ກອບ​ກູ້​ເອົາ​ຂໍ້​ຕົກ​ລົງ​ນິ​ວ​ເຄຼຍ ອີ​ຣານ

(VOVWORLD) -    ຕາມແຫຼ່ງຂ່າວການຕ່າງປະເທດ ເອີີຣົບ ໃນວັນທີ 21 ເມສາ ໃຫ້ຮູ້ວ່າ ມີຄວາມຄືບໜ້າໃນບັນດາການເຈລະຈາ ເພື່ອແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍ ອີຣານ ທີ່ໄດ້ລົງນາມໃນປີ 2015, ແຕ່ກໍກ່າວເຕືອນວ່າ ໂດຍບໍ່ວ່າການກະທຳປິນຂັ້ນໄດໃດໆ ລ້ວນແຕ່ອາດຈະກໍ່ຄວາມສ່ຽງຕໍ່ຄວາມຄືບໜ້າດັ່ງກ່າວ.
ເອີ​ຣົບ ກ່າວ​ເຕືອນ​ບັນ​ດາ​ຄວາມ​ສ່ຽງ​ແກ່​ວິ​ວັດ​ການ​ເຈ​ລະ​ຈາ​ກອບ​ກູ້​ເອົາ​ຂໍ້​ຕົກ​ລົງ​ນິ​ວ​ເຄຼຍ ອີ​ຣານ - ảnh 1ກອງປະຊຸມອອນລາຍ ທີ່ຈັດຂຶ້ນໃນວັນທີ 10 ເມສາ (ພາບ: AFP/TTXVN)

ແຫຼ່ງຂ່າວດັ່ງກ່າວ ໃຫ້ຮູ້ວ່າ ບັນດາປະເທດ ອັງກິດ, ຝລັ່ງ ແລະ ເຢຍລະມັນ ໄດ້ສົ່ງເສີມບັນດາຝ່າຍທັງໝົດ ກຳແໜ້ນກາລະໂອກາດການຕ່າງປະເທດໃນຕໍ່ໜ້າ ແລະ ກ່າວປະນາມບໍ່ວ່າການກະທຳໃດທີ່ເຮັດໃຫ້ເພີ່ມຄວາມເຄັ່ງຕຶງ ແລະ ອາດຈະກໍ່ຄວາມສ່ຽງຕໍ່ບັນດາຄວາມຄືບໜ້າທີ່ບັນລຸໄດ້.

        ໃນຂະນະນັ້ນ, ວັນທີ 21 ເມສາ, ເຈົ້າໜ້າທີ່ຂັ້ນສູງຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ເຖິງວ່າບັນດາການເຈລະຈາກອບກູ້ຂໍ້ຕົກລົງນິວເຄຼຍ ບັນລຸໄດ້ຄວາມຄືບໜ້າໃດໜຶ່ງກໍຕາມ ແຕ່ຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງ ລະຫວ່າງ ວໍຊິງຕັນ ແລະ ເຕເຮຣານ.

        ໃນວັນດຽວກັນ, ທ່ານປະທານາທິບໍດີ ອີຣານ Hassan Rouhani ຮຽກຮ້ອງໃຫ້ປະຕິບັດຂໍ້ຕົກລົງນິວເຄຼຍ ອີຣານ ຢ່າງຄົບຖ້ວນ ແລະ ປະກາດວ່າ ຂໍ້ຕົກລົງດັ່ງກ່າວ ຕ້ອງໄດ້ປະຕິບັດຢ່າງຄົບຖ້ວນ, ບໍ່ເພີ່ມຫຼືກໍບໍ່ຫຼຸດຄຳໃດໆ.

                        

ຕອບກັບ

ຂ່າວ/ບົດ​ອື່ນ