ເອົາໃຈໃສ່ເປັນພິເສດໜູນໃຊ້ວິທະຍາສາດເຕັກໂນໂລຢີເພື່ອພັດທະນາເສດຖະກິດ

ເອົາໃຈໃສ່ເປັນພິເສດໜູນໃຊ້ວິທະຍາສາດເຕັກໂນໂລຢີເພື່ອພັດທະນາເສດຖະກິດ - ảnh 1
​ໂອ້​ລົມ​ສົນທະນາ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ເອກະສານ​ກອງ​ປະຊຸມ
​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ
(ພາບ:sggp.org.vn)

(vovworld) – ຕອນ​ເຊົ້າວັນ​ທີ 19/10, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ສະພາ​ມະຫາບັນ​ດິດ​ວິທະຍາສາດ - ສັງຄົມ ຫວຽດນາມ, ສະພາ​ມະຫາບັນ​ດິດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຢີ ຫວຽດນາມ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງການ​ ​ໂອ້​ລົມ​ສົນທະນາ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ທີ່​ການ​ໂອ້​ລົມ​ສົນ​ມະ​ນາ, ບັນດາ​ຜູ້​ແທນ​ສຸນ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພັດທະນາ​​ເສດຖະກິດ ຊຶ່ງ​ຈຸດ​ສຸມ​ແມ່ນ​ການ​ໝູນ​ໃຊ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ເພື່ອ​​ໃຫ້ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີກາຍ​ເປັນ​ມາດ​ຕະການ​ບຸກທະລຸ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ. ທ່ານ ຫງວຽນ​ທ້ຽນ​ເຍີນ ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເປັນ​ປະທານ​ ​ໂອ້​ລົມ​ສົນທະນາ. ຕາມ​ທ່ານ ຫງວຽນ​ທ້ຽນ​ເຍີນ ​ແລ້ວ, ຕ້ອງ​ເຮັດ​ແຈ້ງ​ບັນ​ຫາ​ກົນ​ໄກ, ນະ​ໂຍບາຍ, ​ເງິນໃຊ້​ຈ່າຍ​ໃຫ້​ວິທະຍາສາດ​ເຕັກ​ໂນ​ໂລ​ຢີພັດທະນາ. ທ່ານ ຫງວຽນທ້ຽນ​ເຍີນ ​ໃຫ້​ຮູ້​ວ່າ:

        “​ເປັນ​ຫຍັງ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ບໍ່ສົນ​ໃຈ​ເຖິງ​ການ​ໜູນ​ໃຊ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ນັ້ນ​ແມ່ນ ນະ​ໂຍບາຍ ຫລື ຄວາມ​ຮັບ​ຮູ້​ຂອງ​ວິ​ສາ​ຫະກິດ ຫຼື ວິ​ສາ​ຫະກິດ​ພວມ​ໃຊ້​ທ່າ​​ໄດ​ປຽບອື່ນໆ ​ຫາກບໍ່​ນໍາໃຊ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ. ​ ຕາມ​ການສະຖິຕິ​ໃນປະຈຸ​ບັນ ​ເງິນ​ເດືອນ​ຂອງ​ຜູ້​ອອກ​ແຮງ​ງານ​ທຽບ​ໃສ່​ກັບ GDP ສະ​ເລ່ຍ​ໃສ່​ຫົວ​ຄົນ​ຂອງບັນດາ​ປະ​ເທດ​ແມ່ນ​ຢູ່​ລະດັບ​ຕ່ຳ 20 – 25%. ຕາມ​ຂ້າພະ​ເຈົ້າ ນີ້​ແມ່ນ​ສາຍ​ເຫດພາ​ໄປ​ເຖິງ​ເລື່ອງ​ດັ່ງກ່າວ”

 


ຂ່າວ/ບົດ​ອື່ນ