ເຮັດແຈ້ງບົດປະພັນທີ່ຍອດຍິ່ງ“ເລື່ອງກ່ຽວ“ແລະພາລະກິດຂອງນັກປະພັນຜູ້ມີຊື່ສຽງໂລກຫງວຽນຢູ
ການປະຊຸມຂ່າວ “ນັກກະວີຂອງຊາດ, ນັກວັດທະນະທຳທີ່ມີຊື່ສຽງ
ຂອງໂລກຫງວຽນຢູ, ມໍລະດົກ ແລະ ບັນດາຄຸນຄ່າອະມະຕະ“
(ພາບ: dantri.com.vn)
(vovworld) - ກອງປະຊຸມສຳມະນາສາກົນ “ນັກກະວີຂອງຊາດ, ນັກວັດທະນະທຳທີ່ມີຊື່ສຽງຂອງໂລກຫງວຽນຢູ, ມໍລະດົກ ແລະ ບັນດາຄຸນຄ່າອະມະຕະ“ ໂດຍສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ຈະຈັດຕັ້ງຢູ່ຮ່າໂນ້ຍ ໃນວັນທີ 8/8. ທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 6/8, ຢູ່ຮ່າໂນ້ຍ, ຫົວໜ້າສະຖາບັນວັດທະນະທຳ ຫງວຽນດັງດຽບ ໃຫ້ຮູ້ວ່າ, ໃນກອງປະຊຸມສຳມະນານີ້ຈະມີກວ່າ 100 ບົດປາໄສຂອງບັນດານັກຮຽນຮູ້ທັງພາຍໃນ ແລະ ຕ່າງປະເທດກ່ຽວກັບຊີວິດ, ພາລະກິດ ແລະ ບົດປະພັນກະວີທີ່ຍອດຍິ່ງ ເລື່ອງກ່ຽວ ຂອງນັກປະພັນຜູ້ມີຊື່ສຽງໂລກ ຫງວຽນຢູ. ນີ້ແມ່ນໂອກາດເພື່ອເປີດກວ້າງການພົບປະແລກປ່ຽນ, ໂຄສະມາບັນດາຄຸນຕ່າທີ່ຍອດຍິ່ງຂອງວັດທະນະທຳບູຮານຫວຽດນາມ, ວັດທະນະທຳຫວຽດນາມ ເຖິງເພື່ອນມິດຢູ່ໃນໂລກ.