“ເຮືອນຫວຽດ ແຫ່ງຄວາມອົບອຸ່ນ” ປະກອບສ່ວນເພີ່ມຄວາມສະໜິດຕິດພັນໃນປະຊາຄົມຊາວຫວຽດນາມອາໄສຢູ່ອັງກິດ
ງານພົບປະແລກປ່ຽນ “ເຮືອນຫວຽດ ແຫ່ງຄວາມອົບອຸ່ນ”
(ພາບ: vietnamplus.vn)
(vovworld) – ວັນທີ 10/08, ຢູ່ນະຄອນຫຼວງ ລອນດອນ, ດ້ວຍການອຸປະຖຳ ແລະ ໜູນຊ່ວຍໂດຍກົງຈາກສະຖານທູດຫວຽດນາມ ປະຈຳລາຊະອານາຈັກອັງກິດ ແລະ ອ້າຍແລນເໜືອ, ສະມາຄົມຊາວຫວຽດນາມ ປະຈຳລາຊະອານາຈັກອັດກິດ (VAUK) ໄດ້ຈັດງານພົບປະ, ແລກປ່ຽນອາຫານການກິນ ແລະ ວັດທະນະທຳ ດ້ວຍຊື່ວ່າ “ເຮືອນຫວຽດ ແຫ່ງຄວາມອົບອຸ່ນ” ເພື່ອແນໃສ່ເພີ່ມທະວີຄວາມສະໜິດຕິດພັນບົນຈິດໃຈ “ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ”, ຈາກນັ້ນສ້າງປະຊາຄົມໃຫ້ນັບມື້ນັບໝັ້ນຄົງ, ເຂັ້ມແຂງ ແລະ ພັດທະນາ. ທ່ານ ເຊີນແທ່ງ, ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ລາຊະອານາຈັກອັງກິດ ໃຫ້ຮູ້ວ່າ, ງານພົບປະແລກປ່ຽນ “ເຮືອນຫວຽດ ແຫ່ງຄວາມອົບອຸ່ນ” ໄດ້ສ້າງຕັ້ງຂຶ້ນບົນຈິດໃຈສ້າງເປັນແຫ່ງເພື່ອໃຫ້ພໍ່ແມ່ປະຊາຊົນພົບປະ, ເວົ້າພາສາຫວຽດ, ພ້ອມກັນໂອ້ລົມກ່ຽວກັບຊີວິດ ແລະ ວຽກງານ, ຈາກນັ້ນເພີ່ມທະວີກຄວາມສາມັກຄີ ແລະ ສ້າງຄວາມສະໜິດຕິດພັນໃນປະຊາຄົມ. ນີ້ແມ່ນໜຶ່ງໃນບັນດາມາດຕະການເຊື່ອມຕໍ່ກຳລັງແຮງຂອງປະຊາຄົມ ເຊິ່ງ VAUK ຈະສືບຕໍ່ຮັກສາຢູ່ສະເໝີ 3 ເດືອນເທື່ອໜຶ່ງ.