ເຮືອບິນທະຫານອິນໂດເນເຊຍຖືກອຸບັດຕິເຫດເຮັດຕົກໃຫ້113ຜູ້ເສຍຊີວິດ
ສະຖານທີ່ເກີດອຸບັດຕິເຫດເຮືອບິນທະຫານ C – 130 Hercules
(ພາບ: AP)
(vovworld) - ກ່າວຄຳເຫັນກັບວົງການນັກຂ່າວວັນທີ 30/6, ຜູ້ບັນຊາການກອງທັບອາກາດອິນໂດເນເຊຍ ທ່ານ Agus Supriatna ໃຫ້ຮູ້ວ່າ: ມີທັງໝົດ 113 ຄົນຢູ່ໃນເຮືອບິນທະຫານ C – 130 Hercules ຖືກອຸບັດຕິເຫດຕົກໃນຕອນທ່ຽງວັນທີ 30/6 ຢູ່ພາກເໜືອນະຄອນ Medan ຂຶ້ນກັບເກາະ Sumatra ທາງພາກໃຕ້ປະເທດນີ້. ທ່ານ Agus Supriatna ຢັ້ງຢືນວ່າ: ເມື່ອເຮືອບິນ C – 130 Hercules ຖືກຕົກ ແລະ ລຸກໄໝ້ຢູ່ນະຄອນ Medan ມີຈຸບິນປະກອບດ້ວຍ 12 ຄົນ ແລະ 101 ຄົນອື່ນໆ. ທ່ານໃຫ້ຮູ້ວ່າ: ຫາກໍກັບມາຈາກສະຖານທີ່ເກີດອຸບັດຕິເຫດ ແລະ ເບິ່ງຄືວ່າ: ບໍ່ມີໃຜລອດຊີວິດມາໄດ້ຈາກອຸບັດຕິເຫດ. ປະຈຸບັນກຳລັງກູ້ໄພກູ້ຊົບໄດ້ຊອກເຫັນຊາກສົບ 49 ຄົນຢູ່ ສະຖານທີ່ເກີດອຸບັດຕິເຫດ .
ຕອນທ່ຽງວັນທີ 30/6, ເຮືອບິນຂົນສົ່ງທະຫານ C – 130 Hercules ຂອງກອງທັບອາກາດ ອິນໂດເນເຊຍ ໄດ້ຖືກຕົກລົງໃສ່ເຂດຊຸມຊົນ ແລະ ລະເບີດ ຂຶ້ນພາຍຫຼັງບິນຂຶ້ນຢູ່ນະຄອນ Medan ເປັນເວລາ 2 ນາທີ. ເຮືອບິນຂຶ້ນເມື່ອ 12 ໂມງ 08 ນາທີ ແລະ ຖືກອຸບັດຕິເຫດພາຍຫຼັງມາ 2 ນາທີ ./.