ແກ້ໄຂການຂັດແຍ້ງຜືນແຜ່ນດິນແມ່ນຈຸດສຸມໃນການຢ້ຽມຢາມລັດເຊຍຂອງນາຍົກລັດຖະມົນຕີຍີ່ປຸ່ນ
ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe
(ພາບປະກອບ: Amaze)
(vovworld) - ໃນວັນທີ 06/05 ຈະມາເຖິງ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຈະໄປ Sochi, ນະຄອນພັກຜ່ອນບຳລຸງສຸຂະພາບຂອງລັດເຊຍ ຢູ່ຝັ່ງທະເລດຳ ແລະ ມີການພົບປະກັບທ່ານປະທານາທິບໍດີລັດເຊຍ Vladimir Putin ຢູ່ທີ່ນີ້. ຄາດວ່າ, ບັນຫາຂັດແຍ້ງຜືນແຜ່ນດິນລະຫວ່າງ 2 ປະເທດຈະແມ່ນຈຸດສຸມຂອງໂຄງການດຳເນີນງານໃນການຢ້ຽມຢາມນີ້. ກ່າວຄຳເຫັນຕໍ່ໜ້າບັນດາເອກອັກຄະລັດຖະທູດຢູ່ວັງ Kremlin, ໃນວັນທີ 20/04, ທ່ານປະທານາທິບໍດີ Putin ສະແດງຄວາມຫວັງວ່າ ການຢ້ຽມຢາມ ແລະ ເຮັດວຽກຂອງທ່ານນາຍົກລັດຖະມົນຕີ Abe ຈະສ້າງເງື່ອນໄຂສະດວກໃຫ້ແກ່ການເປີດກວ້າງການພົບພັນລະຫວ່າງລັດເຊຍ - ຍີ່ປຸ່ນ ບົນພື້ນຖານຜົນປະໂຫຍດລວມ ກໍຄືຄິດໄລ່ເຖິງຜົນປະໂຫຍດຂອງແຕ່ລະຝ່າຍ. ທ່ານປະທານາທິບໍດີ Putin ກໍ່ເນັ້ນໜັກວ່າ ການເພີ່ມທະວີການເຈລະຈາຫຼາຍດ້ານກັບຍີ່ປຸ່ນ ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງລັດເຊຍ.