(vovworld) – ຢູ່ທ້ອງຖິ່ນຕ່າງໆທາງພາກເໜືອ ພວມຕັ້ງໜ້າແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ Rammusun, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ເພື່ອຮັບມືກັບສະພາບນ້ຳຖ້ວມ, ດິນເຊາະເຈື່ອນພາຍຫຼັງພະຍຸ Rammusun, ບັນດາແຂສງທາງພາກເໜືອ ຕ້ອງຍົກຍ້າຍ 5.500 ຄອບຄົວ ໃນເຂດອັນຕະລາຍໄປຍັງເຂດປອດໄພ. ຕາມກຸ່ມບໍລິສັດໄຟຟ້າຫວຽດນາມ ແລ້ວ, ລະບົບຕາໜ່າງໄຟຟ້າຢູ່ບັນດາແຂວງຖືກພະຍຸໄດ້ຮັບການຟື້ນຟູໂດຍພື້ນຖານ ແລະ ເຄື່ອນໄຫວເປັນປົກກະຕິແລ້ວ. ສະເພາະແຂວງ ບັກຢາງ, ລ້າງເຊີນ ພວມປະຕິບັດການກວດກາ ແລະ ແກ້ໄຂສະພາບການໃນໄລຍະໄວທີ່ສຸດ.
ທີ່ກອງປະຊຸມໃນຕອນເຊົ້າວັນທີ 21/07, ຢູ່ຮ່າໂນ້ຍ, ຫ້ອງການຄະນະຊີ້ນຳການປ້ອງກັນ, ຕ້ານພະຍຸນຳຖ້ວມສູນກາງໃຫ້ຮູ້ວ່າ, ມີ 11 ຄົນເສຍຊີວິດໃນພະຍຸ Rammusun, ໃນນັ້ນແຂວງລ້າງເຊີນ ແມ່ນທ້ອງຖິ່ນຖືກເສຍຫາຍຢ່າງໜັກໜ່ວງທີ່ສຸດ ມີ 5 ຄົນຖືກນ້ຳແກ່ງຊຸໄປ. ປະຈຸບັນ, ຍັງບໍ່ທັນສະຖິຕິຄວາມເສຍຫາຍທາງດ້ານເສດຖະກິດໂດຍພະຍຸກໍຂຶ້ນໄດ້ເທື່ອ.