ບັດເຊີນຂອງກອງປະຊຸມສຳມະນາ
(ພາບປະກອບ)
(vovworld) – ທີ່ກອງປະຊຸມສຳມະນາ ”ແກ້ໄຂແຫຼ່ງທຶນໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ” ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ສົມທົບກັບປະຕູຖານຂໍ້ມູນທະນາຄານກຳໄລ ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 31/5 ຢູ່ຮ່າໂນ້ຍ ນັ້ນ. ກົມນະໂຍບາຍ - ທະນາຄານແຫ່ງລັດ ໃຫ້ຮູ້ວ່າ, ອັດຕາກຳໄລທົ່ວໄປໄດ້ຫຼຸດລົງຈາກ 2% - 4%/ປີ ເມື່ອທຽບໃສ່ຕົ້ນປີ, ລະດັບເຕີບໂຕສິນເຊື່ອຮອດທ້າຍເດືອນ 5 ຜ່ານມາບັນລຸເກືອບ 3%. ນີ້ແມ່ນສັນຍານດີພໍສົມຄວນໃນການແກ້ໄຂສິນເຊື່ອໃຫ້ວິສາຫະກິດ. ທ່ານນາງ ຫງວຽນທິຮົ່ງ, ຫົວໜ້າກົມນະໂຍບາຍ - ທະນາຄານແຫ່ງລັດ ໃຫ້ຮູ້ວ່າ, ໃນ 5 ເດືອນຜ່ານມາ, ລະບົບທະນາຄານໄດ້ປະຕິບັດຫຼາຍມາດຕະການ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ ດ້ານທິນຮອນໃຫ້ແກ່ວິສາຫະກິດ. ປະຈຸບັນ, ອັດຕາກຳໄລໄດ້ຫຼຸດລົງຢ່າງແຮງ, ບັນດາວິສາຫະກິດທີ່ມີເງື່ອນໄຂກູ້ຢືມທຶນຢ່າງຢ່າງພຽງພໍ ແລະ ເຄື່ອນໄຫວເປັນປົກກະຕິ ລ້ວນແຕ່ສາມາດສຳພັດກັບສິນເຊື່ອຂອງທະນາຄານໄດ້. ແຕ່ຄວາມຫຍຸ້ງຍາກໃນການສຳຜັດກັບສິນເຊື່ອຂອງທະນາຄານ, ນັ້ນແມ່ນມີຫຼາຍວິສາຫະກິດບໍ່ມີຄວາມສາມາດໃຊ້ໜີ້ໃນເງື່ອນໄຂຜະລິດ, ຈຳໜ່າຍຜະລິດຕະພັນຍາກ.