ແຂກທ່ອງທ່ຽວກ່ວາ 4 ລ້ານເທື່ອຄົນເຂົ້າຮ່ວມງານບຸນວັດທະນະທຳໂລກ ນະຄອນ ໂຮ່ຈີມິນ - Gyeongju 2017

(VOVWORLD) - ງານບຸນດັ່ງກ່າວໄດ້ດຶງດູດ 32 ປະເທດໃນໂລກເຂົ້າຮ່ວມລາຍການສະແດງສິລະປະ, ງານວາງສະແດງ, ສາຍຮູບເງົາ…

ແຂກທ່ອງທ່ຽວກ່ວາ 4 ລ້ານເທື່ອຄົນເຂົ້າຮ່ວມງານບຸນວັດທະນະທຳໂລກ ນະຄອນ ໂຮ່ຈີມິນ - Gyeongju 2017 - ảnh 1ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທ່ງຟອງ ແລະ ເຈົ້າແຂວງແຂວງ Gyeongsanbuk Kom Kwan Yong ຮັບບົດບັນທຶກຊ່ວຍຈຳຮ່ວມມືລະຫວ່າງ 2 ນະຄອນ  

(ພາບ: Thùy Dung/VOV)

ພາຍຫຼັງດຳເນີນຢ່າງຟົດຟື້ນມາເປັນເວລາ 23 ວັນ ດ້ວຍບັນດາລາຍການພົບປະແລກປ່ຽນວັດທະນະທຳ, ເສດຖະກິດ ການຄ້າ, ງານບຸນ ວັດທະນະທຳໂລກນະຄອນໂຮ່ຈີມິນ - Gyeongju 2017 ໄດ້ອັດລົງໃນຕອນຄ່ຳວັນທີ 3 ທັນວາ ດ້ວຍການເຂົ້າຮ່ວມຂອງແຂກພາຍໃນ ແລະ ຕ່າງປະເທດກ່ວາ 4 ລ້ານເທື່ອຄົນ. ງານບຸນດັ່ງກ່າວໄດ້ດຶງດູດ 32 ປະເທດໃນໂລກເຂົ້າຮ່ວມລາຍການສະແດງສິລະປະ, ງານວາງສະແດງ, ສາຍຮູບເງົາ… ດ້ວຍກ່ວາ 30 ລາຍການທີ່ໄດ້ຮັບການລົງທຶນຢ່າງຮຽບຮ້ອຍ. ເອື້ອຍ ເຈີ່ນໜືທ໋າຍຍີ, ເຊິ່ງແມ່ນສະມາຊິກຜູ້ໜຶ່ງຂອງຄະນະຈັດຕັ້ງງານບຸນ, ໃຫ້ຮູ້ວ່າ:

        “ບໍ່ພຽງແຕ່ມີແຂກທ່ອງທ່ຽວ ຫວຽດນາມ ເທົ່ານັ້ນ ຫາກຍັງມີແຂກທ່ອງທ່ຽວຊາວ ເກົາຫຼີ ເປັນຈຳນວນຫຼວງຫຼາຍ ແລະ ພິເສດແມ່ນມີແຂກທ່ອງທ່ຽວຊາວຝຣັ່ງ, ສິງກະໂປ, ມາເລເຊຍ, ເຂົາເຈົ້າມາແຫ່ງນີ້ເພື່ອຢ້ຽມຊົມ ແລະ ຢາກຊອກຮູ້ກ່ຽວກັບປະຫວັດສາດລະຫວ່າງ ສ. ເກົາຫຼີ ແລະ ຫວຽດນາມ. ງານບຸນນີ້ມີຜົນປະໂຫຍດທີ່ສຸດກ່ຽວກັບການແຜ່ຂະຫຍາຍວັດທະນະທຳ, ປະຫວັດສາດລະຫວ່າງ 2 ປະເທດ, ນຳເອົາຄວາມຮູ້ຫຼາຍຢ່າງມາໃຫ້ທຸກຄົນ.”

ຕອບກັບ

ຂ່າວ/ບົດ​ອື່ນ