(vovworld) - ຕາມຕົວເລກສະຖິຕິຂອງກົມໃຫຍ່ສະຖິຕິຫວຽດນາມແລ້ວ, ຈຳນວນແຂກທ່ອງທ່ຽວສາກົນມາຫວຽດນາມ ໃນ 10 ເດືອນຜ່ານມາຄາດວ່າບັນລຸ 5,35 ລ້ານເທື່ອຄົນ, ເພີ່ມຂຶ້ນ 11,2% ເມື່ອງທຽບໃສ່ໄລຍະດ່ຽວກັບຂອງປີ 2011 ແລະ ບັນລຸ 82,3% ແຜນການປີ. ມີບາງປະເທດ ແລະ ເຂດແຄວ້ນໄດ້ມີຈຳນວນນັກທ່ອງທ່ຽວມາຫວຽດນາມເພີ່ມຂຶ້ນສູງເມື່ອທຽບໃສ່ປີ 2011 ຄື; ສ.ເກົາຫຼີ, ຍີ່ປຸ່ນ, ມາເລເຊຍ, ຝລັ່ງ ແລະ ໄທ.
ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນ 10 ເດືອນຜ່ານມາ, ແຂວງ Thua Thien Hue ໄດ້ຕ້ອນຮັບນັກທ່ອງທ່ຽວເກືອບ 2,2 ລ້ານເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວຕ່າງປະເທດເກືອບ 715.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 11% ເມື່ອທຽບໃສ່ປີ 2011. ແຕ່ນີ້ຮອດທ້າຍປີ 2012, ຂະແໜງທ່ອງທ່ຽວແຂວງ Thua Thien Hue ສືບຕໍ່ຜັນຂະຫຍາຍແຜນການ “ທ່ອງທ່ຽວດ້ວຍລົດ 3 ລໍ້” ທີ່ນຳເຂົ້າຂຸດຄົ້ນບັນດາຜະລິດຕະພັນທ່ອງທ່ຽວໃນລະດູຝົນ… ພ້ອມທັງກະກຽມໃຫ້ງານປະກວດດົນດີສາກົນຢູ່ຫວຽດນາມ ຄັ້ງທີ 2 – Hue 2012 ແລະ ພິທີອັດປີທ່ອງທ່ຽວແຫ່ງຊາດເຂດແຄມທະເລທິດທາງເໜືອພາກກາງ - Hue 2012. ນອກຈາກລະບົບເຂດປູຊະນີຍະສະຖານກຸ່ງເກົ່າ Hue, ມີບັນດາຜະລິດຕະພັນທ່ອງທ່ຽວໃໝ່ເຊິ່ງມີລັກສະນະສະເພາະຂອງເຂດດິນວັດທະນະທຳ Hue ກໍໄດ້ຮັບການເອົາໃຈໃສ່ຂຸດຄົ້ນ. ພິເສດແມ່ນເລື່ອງສຳຫຼວດຊັບພະຍາກອນທຳມະຊາດເພື່ອສ້າງແຜນທີ່ເຂດທ່ອງທ່ຽວຢູ່ບາງສະຖານທີ່ໃໝ່ ເພື່ອສ້າງລາຍການທ່ອງທ່ຽວໃນບໍລິເວນແຂວງ.