ພາບປະກອບ:internet
|
(vovword)- ວັນທີ 21/5, ບັນດາອົງການກ່ຽວຂ້ອງແຂວງ Dien Bien ສົມທົບກັບທະຫານເຂດ 2 ສັງກັດກອງບັນຊາການທະຫານແຂວງ Dien Bien ຈັດຕັ້ງພິທີໄຫວ້ອາໄລອັດຖິທະຫານອາສາສະໝັກ ຫວຽດນາມ 32 ຊຸດທີ່ເສຍສະຫລະຊີວິດຢູ່ ສະຫນາມຮົບ ສປປ ລາວ. ຈຳນວນອັດຖິດັ່ງກ່າວໂດຍແມ່ນກອງຊອກຫາ ທ້ອນໂຮມອັດຖິນັກຮົບເສຍສະຫລະຊີວິດ ທະຫານເຂດ 2 ແລະ ກຳລັງປະກອບອາວຸດ, ທະຫານ ແລະ ປະຊາຊົນລາວ ຢູ່ ບໍລິເວນ 4 ແຂວງ ພາກເຫນືອຂອງລາວຄື: ຫລວງນ້ຳທາ, ຜົ້ງສາລີ, ອຸດົມໄຊ ແລະ ຫລວງພະບາງສົມທົບກັນຊອກຫາ. ນີ້ແມ່ນ ບັ້ນທີ 1 ໃນປີ 2012, ທະຫານ ແລະ ປະຊາຊົນບັນດາເຜົ່າຢູ່ແຂວງ Dien Bien ຮັບອັດຖິທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ທີ່ເສຍສະຫລະຊີວິດໃນປາງສົງຄາມຢູ່ລາວ.