ແຂວງ Trento ຂອງອີຕາລີປາດຖະໜາຢາກເພີ່ມທະວີການຮ່ວມມືກັບແຂວງຟຸ໋ທໍ້ຂອງຫວຽດນາມ

ແຂວງ Trento ຂອງອີຕາລີປາດຖະໜາຢາກເພີ່ມທະວີການຮ່ວມມືກັບແຂວງຟຸ໋ທໍ້ຂອງຫວຽດນາມ - ảnh 1
ແຂວງ Trento ຂອງ​ອີ​ຕາ​ລີ​ປາດ​ຖະໜາ​ຢາກ
​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ແຂວງ​ຟຸ໋​ທໍ້​ຂອງ​ຫວຽດ​ນາມ
(ພາບ: vietnamplus.vn)

(vovworld) -​ ແຂວງ Trento ຂອງ​ອີ​ຕາ​ລີ​ປາດ​ຖະໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ແຂວງ​ຟຸ໋​ທໍ້ ​ຂອງ​ຫວຽດ​ນາມ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ບັນ​ດາ​ການ​ນຳ​ແຂວງ ແລະ ນະ​ຄອນ Trento ຢູ່​ພາກ​ເໜືອ​ອີ​ຕາ​ລີ ໃນ​ບັນ​ດາ​ການ​ເຮັດ​ວຽກ​ກັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອີ​ຕາ​ລີ ​ກາວ​ຈິ໋ງ​ທ້ຽນ, ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຢູ່ Trento ໃນ​ລະ​ຫວ່າງວັນ​ທີ 15 – 17/12. ໃນ​ການ​ເຮັດ​ວຽກເມື່ອ​ວັນ​ທີ 16/12, 2 ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ອີ​ຕາ​ລີ ແລະ ເປັນ​ເອ​ກະ​ພາບ​ນຳ​ກັນ​ວ່າ ການ​ພົວ​ພັນ 2 ຝ່າຍ​ພວມ​ດີ​ງາມ​ນັບ​ທັງ​ທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ ແລະ ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ. ນີ້​ແມ່ນ​ພື້ນ​ຖານ​ສະ​ດວກທີ່​ສຸດ​ເພື່ອ​ຊຸກ​ຍູ​້​ການ​ຮ່ວມ​ມື, ​ເປັນແຮກ​ສ່ຽວ​ລະ​ຫວ່າງ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ອີ​ຕາ​ລີ ແລະ ຫວຽດ​ນາ​ມ. ​ປະ​ທານ​ສະ​ພາ​ນິ​ຕິ​ບັດ​ຍັດ​ແຂວງ Trento ທ່ານ Bruno Dorigatti ຕີ​ລາ​ຄາ​ສູງ​ຂໍ້​ສະ​ເໜີ​ຂອງ​ທ່າ​ນ​ເອກອັກ​ຄະ​ລັດ​ຖະ​ທູ​ດ ກາວ​ຈິ໋ງ​ທ້ຽນ ກ່​ຽວ​ກັບ​ເລື່ອງ​​ເປັນແຮກ​ສ່ຽງ​ລະ​ຫວ່າງ​ແຂວງ Trento ແລະ ແຂວງ​ຟຸ໋​ທໍ້​ຂອງ​ຫວຽດ​ນາມ. ແລະ ຢ​ືນ​ຢັນ​ວ່າ, ຈະ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂ​ອງ​ແຂວງ ແລະ ເຂດ ເພື່ອ​ປະ​ຕິ​ບັດ​ຂໍ້​ສະ​ເໜີ​​ສ້າງ​ເປັນແຮ​ກ​ສ່ຽວ​ລະ​ຫວ່າງແຂວງ ຟຸ໋​ທ​ໍ້ ແລະ Trento ໃຫ້​​ປະ​ກົດ​ຜົ​ນເປັນ​ຈິງ ແນ​ໃສ່​ຍົກ​ສູງການ​ພົວ​ພັນ ແລະ ຄຸນ​ນະ​ພາບ​ການ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ.

ຂ່າວ/ບົດ​ອື່ນ