ແຂວງ ກ໋ວາງນິງ ສົ່ງເສີມການລົງທຶນກັບບັນດາອົງການຈັດຕັ້ງ, ອົງການຕາງໜ້າດ້ານການຄ້າຕ່າງປະເທດ

(VOVWORLD) -  ກອງປະຊຸມສົ່ງເສີມການລົງທຶນ, ຊຸກຍູ້ການສົ່ງອອກລະຫວ່າງບັນດາອົງການຕາງໜ້າດ້ານການຄ້າ, ອົງການສົ່ງເສີມການຄ້າຕ່າງປະເທດກັບແຂວງ ກ໋ວາງນິງ ແລະ ບັນດາບໍລິສັດຢູ່ບໍລິເວນແຂວງ ກ໋ວາງນິງ ໄດ້ດຳເນີນໃນຕອນເຊົ້າວັນທີ 13 ພະຈິກ ຢູ່ນະຄອນ ຮະລອງ. 
ແຂວງ ກ໋ວາງນິງ ສົ່ງເສີມການລົງທຶນກັບບັນດາອົງການຈັດຕັ້ງ, ອົງການຕາງໜ້າດ້ານການຄ້າຕ່າງປະເທດ - ảnh 1 ທີ່ກອງປະຊຸມ (ພາບ: baoquangninh.com.vn)

  ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າບັນດາສະຖານທູດຂອງ 27 ປະເທດ, ບັນດາອົງການສົ່ງເສີມການຄ້າ ແລະ ວິສາຫະກິດເກືອບ 100 ແຫ່ງ. ທ່ານ ດັ້ງຮ່ວາງອານ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເນັ້ນໜັກວ່າ:

        “ກະຊວງອຸດສາຫະກຳ ແລະ ການຄ້າປາດຖະໜາຢາກສ້າງກາລະໂອກາດເພື່ອໃຫ້ບັນດາອົງການທຸຕານຸທູດ, ອົງການຕາງໜ້າດ້ານການຄ້າ, ອົງການສົ່ງເສີມການຄ້າຕ່າງປະເທດປະຈຳ ຫວຽດນາມ ຊອກຮູ້ຄວາມສາມາດບົ່ມຊ້ອນ, ສຳຫລວດຕະຫລາດ, ເຊື່ອມຕໍ່ກັບບັນດາອົງການທີ່ກ່ຽວຂ້ອງຂອງແຂວງ ກ໋ວາງນິງ ກໍ່ຄືບັນດາວິສາຫະກິດຢູ່ບໍລິເວນແຂວງ, ຜ່ານນັ້ນ ຊຸກຍູ້ການເຄື່ອນໄຫວສົ່ງເສີມການຄ້າ ແລະ ສົ່ງເສີມການລົງທຶນລະຫວ່າງບັນດາຝ່າຍ.

        ທີ່ກອງປະຊຸມ, ຜູ້ຕາງໜ້າຄະນະກຳມະການປະຊາຊົນແຂວງ ກ໋ວາງນິງ ກໍ່ແນະນຳກ່ຽວກັບບັນດານະໂຍບາຍບຸລິມະສິດ ແລະ ທ່າແຮງການລົງທຶນເຂົ້າເຂດອຸດສາຫະກຳ, ເຂດເສດຖະກິດຢູ່ບໍລິເວນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ