ແຂວງ ກ໋ວາງນາມ ຕ້ອນຮັບໃບຮັບຮອງສິລະປະຂັບບາຍຈອຍເປັນມໍລະດົກວັດທະນະທຳໂລກ

(VOVWORLD) - ວັນທີ 7 ທັນວາ 2017, ໃນວາລະປະຊຸມຄັ້ງທີ 12 ຂອງຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ 2003

ແຂວງ ກ໋ວາງນາມ ຕ້ອນຮັບໃບຮັບຮອງສິລະປະຂັບບາຍຈອຍເປັນມໍລະດົກວັດທະນະທຳໂລກ - ảnh 1 ພິທີຮັບໃບຮັບຮອງຈາກ UNESCO

ຕອນຄ່ຳວັນທີ 7 ພຶດສະພາ, ຢູ່ນະຄອນ ໂຮ້ຍອານ, ແຂວງ ກ໋ວາງນາມ ໄດ້ຈັດຕັ້ງພິທີຕ້ອນຮັບໃບຮັບຮອງສິລະປະຂັບບາຍຈອຍ ພາກກາງ ຫວຽດນາມ ເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸເປັນຕົວແທນໃຫ້ມວນມະນຸດ ໂດຍອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ມອບໃຫ້.

        ວັນທີ 7 ທັນວາ 2017, ໃນວາລະປະຊຸມຄັ້ງທີ 12 ຂອງຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ 2003, ກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳບໍ່ແມ່ນວັດຖຸຂອງ UNESCO ໄດ້ຈັດຕັ້ງຢູ່ Jeju, ສ. ເກົາຫຼີ. ນະທີ່ນີ້ “ສິລະປະຂັບບາຍຈອຍ ພາກກາງ ຫວຽດນາມ” ໄດ້ຮັບການຮັບຮອງໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ແມ່ນວັດຖຸເປັນຕົວແທນໃຫ້ມວນມະນຸດຈາກອົງການ UNESCO. ນີ້ແມ່ນເຫດການສຳຄັນ ບໍ່ສະເພາະສຳລັບບັນດາແຂວງພາກກາງທີ່ມີບັນດາກອງສິລະປະຂັບບາຍຈອຍ ເຄື່ອນໄຫວເທົ່ານັ້ນ, ຫາກຍັງປະກອບສ່ວນຢັ້ງຢືນສີສັນວັດທະນະທຳທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບຂອງຊາດ ຫວຽດນາມ ອີກດ້ວຍ… ທ່ານ ເລວັນແທງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກ໋ວາງນາມ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າມີບັນດານະໂຍບາຍສົ່ງເສີມປະຊາຊົນຢູ່ທຸກໆທ້ອງຖິ່ນອະນຸລັກຮັກສາການຂັບບາຍຈອຍ, ຮຽນເພື່ອສະແດງ, ບັນດານັກສິລະປິນລຸ້ນກ່ອນໄດ້ຖ່າຍທອດໃຫ້ລຸ້ນຫຼັງເພື່ອອະນຸລັກຮັກສາໃຫ້ຍາວນານ. ໄປຄຽງຄູ່ກັນນັ້ນ, ພວກເຮົາຕ້ອງເຊີດຊູ ແລະ ເສີມຂະຫຍາຍຄຸນຄ່າຂອງບາຍຈອຍ ເພື່ອຊ່ວຍໃຫ້ວັດທະນະທຳພັດທະນາກ່ວາ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາການທ່ອງທ່ຽວ ແລະ ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາ ກວາງນາມ, ມາຢ້ຽມຢາມ ໂຮ້ຍອານ - ມໍລະດົກວັດທະນະທຳໂລກ ແລະ ຍັງໄດ້ຮັບຊົມມໍລະດົກບໍ່ແມ່ນວັດຖຸ ບາຍຈອຍ ໃນໄລຍະຈະມາເຖິງ.”

ຕອບກັບ

ຂ່າວ/ບົດ​ອື່ນ