ແຂວງ ບິ່ນດິງ ເປີດສູນພົບປະສາກົນວິທະຍາສາດ ແລະ ການສຶກສາລະຫວ່າງຂະແໜງ

ແຂວງ ບິ່ນດິງ ເປີດສູນພົບປະສາກົນວິທະຍາສາດ ແລະ ການສຶກສາລະຫວ່າງຂະແໜງ - ảnh 1

ສູນ​ພົບ​ປະ​ສາກົນ​ວິທະຍາສາດ ​ແລະ ການ​ສຶກສາລະ​ຫວ່າງ​ຂະ​ແໜງ

(ພາບ: VietnamNet)

(vovworld) - ​ແຕ່​ວັນ​ທີ 28/7 ຫາ​ວັນ​ທີ 17/8, ຢຸ່ນະຄອນ ກູ​ຍ​ເຍີນ, ​ແຂວງ ບິ່ນ​ດິງ, ນັກວິທະຍາສາດ​ກ່ວາ 200 ຄົນ​ທີ່​ມາ​ຈາກ 30 ປະ​ເທດ, ​ເຂດ​​​ແຄ້ວ​ນ​ໃນ​ທົ່ວ​ໂລກ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ ຫວຽດນາມ ຄັ້ງ​ທີ 9. ທີ່​ການ​ພົບ​ປະ ຫວຽດນາມ ຄັ້ງ​ທີ 9 ນີ້, ​ເລື່ອງ​​ເປີດ​​ເຂດ​ສະ​ໂມ​ສອນ​ໃນດັ່ງກ່າວແມ່ນ​ເຫດການ​ສຳຄັນ, ນຳ​ພາກ​ກາງ​ກາຍ​ເປັນ​ບ່ອນ​ພົບ​ປະ​ເປັນ​ປະຈຳ​ຂອງ​ບັນດາ​ນັກວິທະຍາສາດ. ສາດສະດາຈານ ​ເຈີນ​ແທງ​ເວີນ, ຜູ້​ສ້າງ​ກາລະ​ໂອກາດ​ໃຫ້​ບັນດາ​ນັກວິທະຍາສາດ ຫວຽດນາມ ສຳ​ພັດ​ກັບ​ພື້ນຖານ​ວິທະຍາສາດ​ໂລກ ​ໃຫ້​ຮູ້​ວ່າ:

    “ສູນ​ດັ່ງກ່າວ​ແມ່ນ 1 ​ໃນ​ບັນດາ​ສູນ​ໃນ​ໂລກ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ແນ​ໃສ່​ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ນັກວິທະຍາສາດ ສາ​ມາດ​ແລກປ່ຽນ​ເຊິ່ງກັນ ​ແລະ ກັນ​ຢ່າງ​ແທດ​ຈິງ ​ແລະ ບັນລຸ​ຜົນສຳ​ເລັດ. ນີ້​ແມ່ນ​ບ່ອນ​ເຊິ່ງບັນດາ​ນັກວິທະຍາສາດສາມາດ​ປະຕິບັດ​ງານ​​ເປັນ​ຢ່າງດີ​ທີ່​ສຸດ.”

 

ຂ່າວ/ບົດ​ອື່ນ