(VOVWORLD) -ວັນທີ 3 ສິງຫາ, ຢູ່ ເມືອງ ຊົງຫມ໋າ ແຂວງ ເຊີນລາ ໄດ້ຈັດພິທີ ປະກາດສົ່ງໝາກລຳໄຍ ໄປຍັງຕະຫລາດ ອາເມລິກາ ແລະ ຈີນ.
ແຂວງ ເຊີນລາ ຈັດພິທີ ປະກາດສົ່ງອອກໝາກລຳໄຍ
ພາບ:VOV
|
ເມືອງ ຊົງໝ໋າ ແຂວງ ເຊີນລາ ແມ່ນຫນຶ່ງໃນບັນດາເມືອງທີ່ມີເນື້ອທີ່ປູກໝາກລຳໄຍຫລາຍກວ່າໝູ່ໃນທົ່ວປະເທດດ້ວຍ ກວ່າ 6.700 ເຮັກຕາກ, ກວ່າ 300 ເຮັກຕາ ໄດ້ຮັບການປູກ ແລະ ບົວລະບັດຕາມມາດຖານ VietGap, ກວ່າ 22 ເຮັກຕາ ໄດ້ຮັບຫນັງສືຢັ້ງຢືນເຂດປູກໝາກລຳໄຍສົ່ງອອກ. ປີ 2018, ເມືອງດັ່ງກ່າວໄດ້ສົ່ງໝາກລຳໄຍໄປຍັງຕະຫລາດຕ່າງປະເທດກວ່າ 300 ໂຕນ ແລະ ຄາດວ່າ ປີ 2019 ຈະສົ່ງອອກຕະຫລາດ ສເກົາຫລີ, ອາເມລິກາ ແລະ ຈີນ ກວ່າ 6000 ໂຕນ.