(VOVWORLD) - ໃນໄລຍະ 5 ປີ ຈະມາເຖິງ, ແຂວງ ເຮົ້າຢາງ ຕ້ອງແມ່ນແຂວງພັດທະນາດີພໍສົມຄວນຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN) |
ຕອນບ່າຍວັນທີ 25 ມີນາ, ກ່າວຄຳເຫັນທີ່ການເຮັດວຽກກັບການນຳແຂວງເຮົ້າຢາງ, ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກວ່າ ໃນໄລຍະ 5 ປີ ຈະມາເຖິງ, ແຂວງ ເຮົ້າຢາງ ຕ້ອງແມ່ນແຂວງພັດທະນາດີພໍສົມຄວນຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີຖືວ່າ ເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດ - ສັງຄົມ, ແຂວງ ເຮົ້າຢາງ ຄວນສືບຕໍ່ປະຕິບັດບັນດາໜ້າທີ່ໃນການພັດທະນາເສດຖະກິດ - ສັງຄົມໃນປີ 2019ຕາມແຜນການທີ່ໄດ້ວາງອອກໃຫ້ເປັນຢ່າງດີ, ໃນນັ້ນຄວນເອົາໃຈໃສ່ເຖິງສະພາບການຈຳໜ່າຍ ເຂົ້າສານ ໃຫ້ແກ່ຊາວກະສິກອນ, ປ້ອງກັນ ແລະ ຕ້ານນ້ຳທະເລຊຶມເຂົ້າຢ່າງຮີບດ່ວນ, ເອົາໃຈໃສ່ເຖິງການພັດທະນາ ແລະ ແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ.
ກໍ່ໃນວັນດຽວກັນ, ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີພ້ອມກັບຄະນະປະຕິບັດງານຂອງລັດຖະບານໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຈ່າວີງກ່ຽວກັບການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ໃນປີ 2018 ແລະ 3 ເດືອນຕົ້ນປີ 2019.