ແຂວງMieຂອງຍີ່ປຸ່ນປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ

ແຂວງMieຂອງຍີ່ປຸ່ນປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ - ảnh 1

ການເຮັດວຽກລະຫວ່າງ 2 ຄະນະ

(vovworld) – ທ່ານ Eikei Suzuki, ຜູ້​ວ່າການ​​ແຂວງ Mie ສະ​ແດງ​ຄວາມປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມືກັບ ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ມິດ​ຕະພາບ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ຍີ່ປຸ່ນ ກ່ວາ​ອີກ. ຄຳ​ຖະ​ແຫຼ​ງດັ່ງກ່າວ ​ໂດຍ​ທ່ານ Eikei Suzuki ​ຍົກ​ອອກ​ມາ​ເນື່ອງ​​ໃນ​ໂອກາດ​ການ​ຢ້ຽມຢາມ​ຂອງ​ທ່ານ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫງວຽນ​ກວກ​ເກື່ອງ ​ໄປ​ຢ້ຽມຢາມແຂວງ Mie ​ແຕ່​ວັນ​ທີ 9 – 11/4. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ຜູ້​ວ່າການ​ແຂວງ Mie ​ໄດ້​ຊົມ​ເຊີຍ​ຄະນະ​ປະຕິບັດ​ງານຂອງ​ສະຖານທູດ ຫວຽດນາມ ​ໄປ​ເຮັດ​ວຽກ​ຢູ່​ແຂ​ວງ Mie. ສ່ວນທ່ານ ຫງວຽນ​ກວກ​ເກື່ອງ ຢັ້ງຢືນ​ວ່າ: ​ພ້ອມ​ແລ້ວ​ທ່ີ​ເປັນ​ຂົວ​​ເຊື່ອມ​ຕໍ່ ​ແລະ ໜູນ​ຊ່ວຍ​ແຂວງ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດຕ່າງໆ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ແຂວງ Mie, ທ່ານ ຫງວຽນ​ກວກ​ເກື່ອງ ​ໄດ້​ພົບ​ປະ​ກັບ​ປະທານ​ສະພາ​ແຂວງ, ສະມາຄົມ​ມິດຕະພາບກັບ ຫວຽດນາມ ​ແລະ ວິ​ສາ​ຫະກິດ​ບາງ​ແຫ່ງ​ຂອງ​ແຂວງ.


ຂ່າວ/ບົດ​ອື່ນ