ແຂວງດັກນົງຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ

ແຂວງດັກນົງຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ - ảnh 1
(​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ ດັກ​ນົງ)

(vovworld) – ​​ແກ້​ໄຂ, ປັບປຸງສະພາບ​​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ​ເພື່ອ​ສ້າງ​ບາດ​ກ້າວ​ບຸກທະລຸ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ​ສຳຄັນ ​ແມ່ນ​​ເນື້ອ​​ໃນ​ຈຸດ​ສຸມ​ຂອງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ ດັກ​ນົງ, ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 25/09 ຢູ່​ແຂວງ. ຕາມ​ທິດ​ທາງ, ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ໃຫ້​ອະ​ຍຸການຈະ​ມາ​ເຖິງ, ​ເພື່ອ​ສ້າງ​ການ​ພັດທະນາ​ດ້ານ​ເສດຖະກິດ​ຢ່າງ​ແຮງ​, ນຳ​ແຂວງ​ດັກ​ນົງ ຫຼຸດ​ພົ້ນ​ອອກ​ຈາກ​ແຂວງ​ທຸກ​ຍາກ, ບໍ່​ທັນ​ພັດທະນາ, ​ແຂວງ​ໄດ້ສຸມ​ໃສ່​ເຂົ້າ​ໃນ 3 ທິດ​ທາງ​ຕົ້ນ​ຕໍ່​ນັ້ນ​ແມ່ນອຸດສາຫະກຳ ​​ໂບສິດ - ອາ​ນູມີ​ນຽມ - ​ເຫຼັກ​ກ້າ, ກະ​ສິກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ການ​ບໍລິການ - ທ່ອງ​ທ່ຽວ. ທີ່​ກອງ​ປະຊຸ​ມ, ທ່ານ ຫງວຽນ​ບົ໋ນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ດັກ​ນົງ ​ໃຫ້​ຮູ້​ວ່າ.

        “ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້, ພວກ​ຂ້າພະ​ເຈົ້າ​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ ດ້ວຍ​ວິ​ສາ​ຫະກິດ 100 ​ແຫ່ງ​ທີ່​ມາ​ຈາກ​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມິນ. ​ແລະ​ຈະ​ຈັດ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ FDI ດ້ວຍ​ຄາດໝາຍ​​ແນ​ໃສ່​ດຶງ​ດູດ​ການ​ລົງທຶນ​ໃຫ້​ຫຼາຍ​ກວ່າ​ອີກ​. ​ໃນ​ໄລຍະ​ຈະ​ມາ​ເຖິງພວກຂ້າພະ​ເຈົ້າຈະ​ຕີ​ລາຄາ​ຄືນ, ສຳ​ຫຼວດກວດຄືນ​ເພື່ອ​ສ້າງ​ໂຄງການ​ລະອຽດ ​ເພື່ອ​ປົວ​​ແປງ​ການ​ລົງທຶນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ, ນັກ​ລົງທຶນ​ທີ່​ມາ​ລົງທຶນ​ຢູ່​ແຂວງ​ດັກ​ນົງ ກວ່າ​ອີກ”.

ຂ່າວ/ບົດ​ອື່ນ