ແຂວງດ້ຽນບຽນຄວນຍູ້ແຮງລະດັບເຕີບໂຕເສດຖະກິດ

ແຂວງດ້ຽນບຽນຄວນຍູ້ແຮງລະດັບເຕີບໂຕເສດຖະກິດ - ảnh 1
ທ່ານປະທານປະເທດ ເຈີ່ນດ້າຍກວາງ
ແລະ ການນຳຫຼັກແຫຼ່ງແຂວງ ດ້ຽນບຽນ
(ພາບ: TTXVN)

(vovworld) – ​ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​​ໃນ​ຕອນ​ເຊົ້າ​ວັນ​ທີ 07/05 ກັບ​ການ​ນຳ​ແຂວງ ດ້ຽນບຽນ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ແຂວງ ດ້ຽນບຽນ ຍູ້​ແຮງ​ລະດັບ​ເຕີບ​ໂຕ​ບັນດາ​ຂະ​ແໜງ​ການ ​ແລະ ຂົງ​ເຂດ​ເສດຖະກິດ, ໃນ​ນັ້ນ ​ຈຸດສຸມ​ແມ່ນ​ພັດທະນາ​ການ​ຜະລິດ​ຫະສິກຳ ​ແລະ ການ​ບໍລິການ; ສຸມ​ໃສ່​ການ​ລົງທຶນ​ກໍ່ສ້າງ​ພືນ​ຖານ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ, ລະ​ດົນ​ການ​ລົງທຶນ​ຈາກ​ຫລາຍ​ແຫຼ່ງກຳລັງ. ພ້ອມ​ທັງ ພັດທະນາ​ວັດທະນະທຳ - ສັງຄົມ, ຮັບປະກັນ​ຄວາມ​ຕ້ອງການ​ດ້ານ​ວັດທະນະທຳ, ຈິດ​ໃຈ​ຂອງ​ປະຊາຊົນ​ບັນດາ​ເຜົ່າ; ພັດທະນາ​​ກະ​ສິກຳຢ່າງຮອບດ້ານ, ດຶງ​ດູດ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ຂົງ​ເຂດກະ​ສິກຳ ການ​ປ່າ​ໄມ້; ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ​ແຂວງ ດ້ຽນບຽນ ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ການຍູ້​ແຮງ​ກາ​ນພັດທະນາ​ການທ່ອງທ່ຽວ, ພິ​ເສດ​ແມ່ນ​ການທ່ອງທ່ຽວ​ປະຫວັດສາດ, ວັດທະນະທຳ ​ແລະ ທັດສະນີ​ຍະ​ພາບ; ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ກ່ຽວ​ກັບ​ການທ່ອງທ່ຽວ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ປະທານ​ປະ​ເທດ ຖື​ວ່າ: ດ້ວຍ​ທີ່​ຕັ້ງ​ສຳຄັນ​ກ່ຽວ​ກັບ​ດ້ານການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ ​ແຂວງ ດ້ຽນບຽນ ຄວນ​ຮັບປະກັນ​ປ້ອງ​ກັນຊາ​ດ ປ້ອງ​ກັນຄວາມ​ສະຫງົບ​ ​ທີ່​ຕິດ​ພັນ​ກັບ​ໜ້າ​ທີ່​ພັດທະນາ​ເສດຖະກິດ, ວັດທະນະ​ທຳ, ສັງຄົມ​ຢ່າງ​​ແໜ້ນ​ແຟ້ນ; ​ເປີດ​ກ້ວາງ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ໃນ​ໃນ​ສະພາບ​ການ ປະ​ເທດ​ຊາດ​ພວມ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ​ນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງ​ຂວາງ.


ຂ່າວ/ບົດ​ອື່ນ