ແຂວງຖາຍບິ່ງຮຽກຮ້ອງໃຫ້ສິງກະໂປ ເຂົ້າມາລົງທຶນໃນ 5ຂົງເຂດຈຸດສຸມ

(VOVWORLD) -ວັນທີ 19 ມິຖຸນາ, ແຂວງຖາຍບິ່ງ ໄດ້ສົມທົບກັບ ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ແລະ ສະຫະພັນການຜະລິດ ສິງກະໂປ (SMF) ຈັດຕັ້ງກອງປະຊຸມ ສົ່ງເສີມຮຽກຮ້ອງການລົງທຶນເຂົ້າໃນບັນດາໂຄງການບູລິມະສິດໃນບໍລິເວນແຂວງ. 

ບັນດາໂຄງການທີ່ຂຶ້ນກັບ 5 ຂົງເຂດຈຸດສຸມປະກອບມີ: ພື້ນຖານໂຄງລ່າງ ແລະການຜະລິດອຸດສະຫະກໍາ, ການຄົມມະນາຄົມ, ໃນນັ້ນ ພິເສດແມ່ນບັນດາໂຄງການຍົກລະດັບທ່າກຳປັ່ນ ແລະ ເຄືອຂ່າຍຄົມມະນາຄົມໃນເຂດເສດຖະກິດ; ການບໍລິການ ແລະ ຫ້າງຮ້ານ, ໂຮງແຮມ, ເຂດຜັກຜ່ອນຕາກອາກາດລະດັບສູງ, ພັດທະນາພື້ນຖານໂຄງລ່າງໃນເຂດຕົວເມືອງ; ກະສິກຳເຕັກໂນໂລຊີສູງ.

ແຂວງຖາຍບິ່ງຮຽກຮ້ອງໃຫ້ສິງກະໂປ ເຂົ້າມາລົງທຶນໃນ 5ຂົງເຂດຈຸດສຸມ - ảnh 1(ພາບປະກອບ: TTXVN) 

        ທ່ານ ດັ້ງຈ້ອງທັງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນ ແຂວງ ຖາຍບິ່ງ, ໃຫ້ຮູ້ວ່າ: ແຂວງໄດ້ຮັບການຕົກລົງເຫັນດີຈາກ ທ່ານ ນາຍົກລັດຖະມົນຕີໃຫ້ສ້າງຕັ້ງເຂດເສດຖະກິດຖາຍບິ່ງ ແລະ ປັດຈຸບັນເຂດຖ້ອງຖິ່ນກຳລັງດຳເນີນການວາງແຜນຜັງຍ່ອຍ. ທ່ານ ດັ້ງຈ້ອງທັງ ໄດ້ເຊື້ອເຊີນບັນດານັກລົງທຶນ ສິງກະໂປມາຄົ້ນຄ້ວາ, ຊອກຮູ້ໂອກາດ ແລະເຂົ້າມາລົງທຶນຢູ່ ຖາຍບິ່ງ ແລະທ່ານໃຫ້ຮູ້ວ່າ ແຂວງຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດານັກລົງທຶນມີຄວາມອຸ່ນອ່ຽນໃຈໃນການທຳມາຫາກິນຍາວນານ ແລະມີປະສິດທິຜົນຢູ່ໃນທ້ອງຖິ່ນ.

        ທີ່ກອງປະຊຸມ, ສະຫະພັນການຜະລິດ ສິງກະໂປ (SMF) ກໍ່ໄດ້ລົງນາມບົດບັນທຶກຊ່ວຍຈຳເພື່ອຊຸກຍູ້ໂອກາດການຮ່ວມມືໃນເວລາທີ່ຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ