ພາບປະກອບ
|
(vovworld) – ແຂວງ ບັກກ້ານ ພວມສົ່ງເສີມການເຄື່ອນໄຫວຊຸກຍູ້ການພັດທະນາດ້ານການຄ້າທ້ອງຖິ່ນ. ໄລ່ຮອດວັນທີ 16/9, ວິສາຫະກິດເກືອບ 20 ແຫ່ງທັງຢູ່ພາຍໃນ ແລະ ຕ່າງແຂວງໄດ້ຈົດທະບຽນເຂົ້ຮ່ວມຕະຫຼາດນັດສິນຄ້າ ຫວຽດນາມ ຢູ່ເຂດພູດອຍໃນ 6 ເມືອງຂອງແຂວງຄື: ບາເບ໋, ເງີນເຊີນ, ນາຣີ່, ເຈີ້ໂດ່ນ, ເຈີ້ເມີ້ຍ ແລະ ເມືອງ ບັກທົງ. ເຫດການນີ້ ນອນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າແຫ່ງຊາດ ແລະ ສົ່ງເສີມການຄ້າທ້ອງຖິ່ນປີ 2016. ຕະຫຼາດນັດຄັ້ງທຳອິດຈະໄຂຂຶ້ນໃນວັນທີ 4/10/2016.
ກໍ່ນອນໃນບັນດາເຫດການສົ່ງເສີມການຄ້າ, ວັນທີ 6/9, ພະແນກອຸດສາຫະກຳ ການຄ້າແຂວງ ບັກກ້ານ ໄດ້ຈັດຕັ້ງງານຕະຫຼາດນັດການຄ້າ ປັກກ້ານ ປີ 2016. ງານຕະຫຼາດນັດມີຮ້ານວາງສິນຄ້າກ່ວາ 100 ຮ້ານດ້ວຍຜະລິດຕະພັນຫຼາຍປະເພດຄື ເຄື່ອງນຸ່ງ, ເກີບໜັງ, ເຄື່ອງຫັດຖະກຳ, ເຄື່ອງເອກເລັກໂຕນິກ…