ການເຮັດວຽກໃນວັນທີ 2/7
(vovworld) – ຕອນເຊົ້າວັນທີ 2/7, ໃນການເປັນປະທານການເຮັດວຽກກັບແຂວງຫາຍເຢືອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີແຂວງມານະພະຍາຍາມສູ້ຊົນ, ເສີມຂະຫຍາຍມູນເຊື້ອວັດທະນະທຳ, ສຳເລັດລື່ນກາຍຄາດໝາຍ, ແຜນການ, ປະກອບສ່ວນເຂົ້າໃນຜົນງານລວມຂອງທົ່ວປະເທດໃນປີ 2016. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີແຂວງ ຫາຍເຢືອງ ເອົາໃຈໃສ່ພັດທະນາທ່າແຮງກ່ຽວກັບດ້ານວັດທະນະທຳການທ່ອງທ່ຽວ, ສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງດ້ານເຕັກນິກເຂດປູຊະນີຍະສະຖານພິເສດ ກົນເຊີນ - ກຽບບາກ ກາຍເປັນສະຖານທ່ີທ່ອງທ່ຽວດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍຍ. ທ່ານນາຍົກລັດຖະມົນຕີ ຫວັງວ່າ: ແຂວງ ຫາຍເຢືອງ ເສີມຂະຫຍາຍບັນດາທ່າແຮງດ້ານກະສິກຳ ແລະ ເຂດອຸດສາຫະກຳຮອບດ້ານກ່ວາອີກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ເນັ້ນໜັກເຖິງຈຸດໝາຍຂອງວຽກງານກໍ່ສ້າງຊົນນະບົດໃໝ່, ນັ້ນແມ່ນຍົກສູງລາຍຮັບ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.