ແຂວງອຽນບ້າຍສຸມກຳລັງພັດທະນາທ້ອງຖິ່ນ
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ |
(vovworld)- ວັນທີ 4/2, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ພ້ອມດ້ວຍຄະນະປະຕິບັດງານໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ອຽນບ້າຍ ແນໃສ່ຊອກຮູ້ສະພາບການພັດທະນາເສດຖະກິດສົງຄົມຂອງແຂວງ ກໍຄືຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃນບໍລິເວນແຂວງ. ທີ່ການເຮັດວຽກກັບການນຳແຂວງອຽນບ້າຍ ແລະ ຄະນະຊີ້ນຳເຂດທາງທິດຕາເວັນຕົກສ່ຽງເໜືອ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ໃຫ້ຄຳຕັກເຕືອນວ່າ ແຂວງອຽນບ້າຍຄວນສຸມກຳລັງໃຫ້ແກ່ ການພັດທະນາເສດຖະກິດສົງຄົມ, ເສີມຂະຫຍາຍທ່າແຮງດ້ານກະສິກຳປ່າໄມ້. ແຂວງອຽນບ້າຍ ແລະ ບັນດາແຂວງ ເຂດທາງທິດຕາເວັນຕົກສ່ຽງເໜືອຄວນຊອກຫາຮູບແບບຮ່ວມສຳພັນພັດທະນາກະສີກຳປ່າໄມ້ໃຫ້ເໝາະສົມ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຊີ້ແຈ້ງວ່າ : (ເທບ)
“ ປະຈຸບັນ, ຢາກຊອກຫາຮູບແບບຢູ່ເຂດພູດອຍທາງທິດເໜືອກ່ຽວກັບການຮ່ວມມືສາກົນກ່ຽວກັບວິທະຍາສາດເຕັກໂນໂລຢີ ແມ່ນຍັງບໍ່ທັນເຫັນແຈ້ງ. ດັ່ງນັ້ນຄວນແຕ່ງຕັ້ງແຮງງານໜຸ່ມຢູ່ເຂດຊົນນະບົດໄປຖອດຖອນບົດຮຽນ, ເພີ່ມທະວີການຮ່ວມມືກັບຕ່າງປະເທດເພື່ອສ້າງບາດກ້າວກະໂດດຂັ້ນ ແລະ ທະວີຄູນອອກສູ່ວົງກ້ວາງ. ປະຈຸບັນ, ຕ້ອງນຳວິທະຍາສາດເຂົ້ານຳໃຊ້ ເພື່ອເຮັດແນວໃດສ້າງຮູບແບບໃໝ່ຮ່ວມສຳພັນດ້ານເສດຖະກິດໃນເງື່ອນໄຂເຊື່ອມໂຍງເຂົ້າກັບສາກົນ”