ທ່ານຮ່ວາງຈູງຫາຍ ເຮັດວຽກກັບການນຳແຂວງ ຮ່າຢາງ
(vovworld) - ວັນທີ 22/7, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ລົງຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ຮ່າຢາງ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເນັ້ນໜັກວ່າ: ຮ່າຢາງຕ້ອງສຸມໃສ່ດຶງດູດທຶນສັງຄົມທີ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ບຸລິມະສິດໃຫ້ນັກລົງທຶນເພື່ອຂຸດຄົ້ນບັນດາທ່າແຮງກ່ຽວກັບການທ່ອງທ່ຽວ, ເພີ່ມຄຸນຄ່າບັນດາຂະແໜງອຸດສາຫະກຳແຮ່ທາດ, ກະສິກຳທີ່ມີຢູ່ແລ້ວ, ນຳແຂວງ ຮ່າຢາງ ຫລຸດພົ້ນອອກຈາກສະພາບທຸກຍາກຂອງເຂດພູດອຍ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫານ ເນັ້ນໜັກວ່າ: ຮ່າຢາງ ຕ້ອງໃກ້ສິດຕິດແທນກັບໜ້າທີ່ຕົ້ນຕໍຄື: ສຸມໃສ່ຊີ້ນຳ ແລະ ຈັດກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນເປັນຢ່າງດີ, ກ້າວເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກ, ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງການປັບປຸງບຸກຄະລາກອນທຸກຂັ້ນ. ດ້ວຍລັກສະນະພິເສດຂອງແຂວງ, ຮ່າຢາງ ຊອກຫາວິທີພັດທະນາອຸດສາຫະກຳວັດສະດຸກໍ່ສ້າງ, ຂຸດຄົ້ນແຮ່ທາດ, ຜະລິດປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ການບໍລິການການຄ້າຊາຍແດນ…ທ່ານຮອງນາຍົກລັດຖະມົນຕີ ກໍຮຽກຮ້ອງແຂວງ ຮ່າຢາງ ຕ້ອງສືບຕໍ່ລະດົມບັນດາແຫຼ່ງກຳລັງລົງທຶນໃຫ້ແກ່ການພັດທະນາພື້ນຖານໂຄງລ່າງ, ຫັນເປັນສັງຄົມລົງທຶນດ້ວຍບັນດາຮູບແບບ BOT, BO, BTO, PPP…ແລະ ບັນດາຮູບແບບອື່ນໆ, ປັບປຸງສະພາບແວດລ້ອມການລົງທຶນຢ່າງບໍ່ຢຸດຢັ້ງ, ຍົກສູງຄວາມສາມາດແກ່ງແຍ້ງ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການດຶງດູດການລົງທຶນເຂົ້າທ້ອງຖິ່ນ.