ແຂວງເກີນເທີຈັດຕັ້ງການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຊາດ ຫວຽດນາມ2/9
ພາບປະກອບຈາກ ອີນເຕີເນັດ
(vovworld) – ນອນໃນການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຊາດ ຫວຽດນາມ 2/9, ນະຄອນ ເກີນເທີ ໄດ້ຈັດຕັ້ງງານມະໂຫລານ “ບັນດາບົດເພງຮ່ວມເດີນທາງກັບການເວລາ” ຄັ້ງທີ 7 ແຕ່ວັນທີ 21 – 25/8 ອັນໄດ້ດຶງດູດຜູ້ເຂົ້າຮ່ວມທີ່ມາຈາກ 16 ຫົວໜ່ວຍຄື: ບັນດາຄະນະຊາວໜຸ່ມເມືອງ, ໂຮງຮຽນ, ສະໂມສອນຕ່າງໆ, ນັກຮ້ອງເສລີ. ພ້ອມກັນນັ້ນກໍ່ຈັດການເຄື່ອນໄຫວ: ງານວາງສະແດງພາບແຕ້ມລະດົມກຳລັງໃຈ, ວາງສະແດງແຜນທີ່ດ້ວຍຫົວຂໍ້ “ເຂດຊາຍແດນ ແລະ ທະເລ, ໝູ່ເກາະ ຫວຽດນາມ”, ຄຳ່ຄືນສະແດງສິລະປະພື້ນເມືອງທຳນອງເພງພາກໃຕ້ ຢູ່ທ່າກຳປັ່ນ ນິງກຽວ ແລະ ການເຄື່ອນໄຫວພົບປະແລກປ່ຽນສະແດງສິລະປະຕ່າງໆ, ແນະນຳຜະລິດຕະພັນທ່ອງທ່ຽວຂອງ 9 ເມືອງ. ຢູ່ເມືອງ ນິງກຽວ, ໄດ້ດຳເນີນວັນບຸນວັດທະນະທຳ - ກິລາ - ທ່ອງທ່ຽວດ້ວຍການເຄື່ອນໄຫວຕ່າງໆຄື: ງານແຂ່ງຂັນປຸງແຕ່ງອາຫານ, ງານວາງສະແດງຮູບພາບກ່ຽວກັບທະເລ, ໝູ່ເກາະ, ງານແຂ່ງຂັນກິລາມວຍ ວໍວີນາມ...