ທາດຫຼວງ
|
(vovworld) – ຕອນເຊົ້າວັນທີ 10/4, ຢູ່ນະຄອນ ວີງ, ແຂວງ ເງະອານ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມນັກຖ່າຍຮູບ ຫວຽດນາມ ສາຂາແຂວງ ເງະອານ ສົມທົບກັບມະຫາວິທະຍາໄລ ວີງ ໄດ້ໄຂງານວາງສະແດງຮູບຖ່າຍດ້ວຍຫົວຂໍ້ “ປະເທດລາວທີ່ສວຍງາມ” ຂອງນັກຂ່າວ, ນັກຖ່າຍຮູບ ເຈີ່ນຢືຫງວານ. ຮູບຖ່າຍເກືອບ 140 ແຜ່ນ ທີ່ໄດ້ນຳມາວາງສະແດງຢູ່ທີ່ນີ້ີ້ແມ່ນສ່ວນໜຶ່ງໃນບັນດາຮູບຖ່າຍ, ແມ່ນຈິດໃຈຂອງນັກຂ່າວ, ນັກຖ່າຍຮູບ ຫວຽດນາມ ທີ່ມີຕໍ່ປະເທດລາວ. ງານວາງສະແດງໄດ້ຮັບການຈັດຕັ້ງແຕ່ວັນທີ 10 – 16/4. ພາຍຫຼັງງານວາງສະແດງນີ້, ນັກຖ່າຍຮູບ ເຈີ່ນຢືຫງວານ ຈະມອບບັນດາຮູູບຖ່າຍນີ້ ໃຫ້ມະຫາວິທະຍາໄລ ວີງ ເພື່ອໃຊ້ເປັນວັດຖຸເອກະສານວາງສະແດງ, ແນະນຳໃຫ້ນັກສຶກສາມີຄວາມເຂົ້າໃຈກ່ຽວກັບປະເທດລາວຕື່ມອີກ.