ແຂວງ​ເບັ້ນ​ແຈ ສົ່ງ​ເສີມ​ບັນ​ດາ​ການ​ເຄື່ອນ​ໄຫວ​ນຳ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ​ເຂົ້າ​ຕະຫຼາດ​ບັນ​ດາ​ປະ​ເທດ ອິດ​ສະ​ລາມ

(VOVWORLD) -ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ຢັ້ງຢືນວາ ກະຊວງການຕ່າງປະເທດ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍແຂວງເບັ້ນແຈ ກໍ່ຄືບັນດາທ້ອງຖິ່ນຂອງ ຫວຽດນາມ ໃນການຊຸກຍູ້ການຮ່ວມມືເສດຖກິດກັບບັນດາຄູ່ຮ່ວມມືໃນໂລກ.
ແຂວງ​ເບັ້ນ​ແຈ ສົ່ງ​ເສີມ​ບັນ​ດາ​ການ​ເຄື່ອນ​ໄຫວ​ນຳ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ​ເຂົ້າ​ຕະຫຼາດ​ບັນ​ດາ​ປະ​ເທດ ອິດ​ສະ​ລາມ - ảnh 1ບັນດາການນຳເຂົ້າຮ່ວມກອງປະຊຸມ (ພາບ: baoquocte.vn)

ວັນທີ 19 ຕຸລາ, ກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນແຂວງເບັ້ນແຈ ໄດ້ສົມທົບກັນຈັດຕັ້ງກອງປະຊຸມ “ສົ່ງເສີມຜະລິດຕະພັນກະເສດ, ສິນໃນນ້ຳຂອງແຂວງເບັ້ນແຈ ເຂົ້າມາຕະຫຼາດຂອງບັນດາປະເທດ ອິດສະລາມ”. ກອງປະຊຸມໄດ້ຈັດຕັ້ງແບບເຊິ່ງໜ້າຢູ່ ຮ່າໂນ້ຍ, ສົມທົບກັບທາງໄກ ດ້ວຍເປົ້າໝາຍຢາກໂຄສະນາບັນດາຜະລິດຕະພັນກະເສດ, ສິນໃນນ້ຳຫຼັກແຫຼ່ງຂອງແຂວງ ເບັ້ນແຈ ໄປຍັງບັນດາຕະຫຼາດອິດສະລາມ, ພ້ອມທັງປະກອບສ່ວນແນະນຳບັນດາທ່າແຮງຂອງແຂວງເບັ້ນແຈ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື ການຄ້າ, ການລົງທຶນ, ການທ່ອງທ່ຽວ, ແຫຼ່ງຊັບພະຍາກອນມະນຸດ… ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ຢັ້ງຢືນວາ ກະຊວງການຕ່າງປະເທດ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍແຂວງເບັ້ນແຈ ກໍ່ຄືບັນດາທ້ອງຖິ່ນຂອງ ຫວຽດນາມ ໃນການຊຸກຍູ້ການຮ່ວມມືເສດຖກິດກັບບັນດາຄູ່ຮ່ວມມືໃນໂລກ, ຜ່ານນັ້ນນຳປະສິດທິຜົນດ້ານເສດຖະກິດຢ່າງແທດຈິງມາໃຫ້ປະຊາຊົນ, ທ້ອງຖິ່ນ ແລະ ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ