ແຄງ​ຮ່​ວາ: ຊອກ​ຫາ​ບັນ​ດາ​ຕະຫຼາດ​ການ​ທ່ອງ​ທ່ຽວ​ສາ​ກົນ​ໃໝ່ ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ

(VOVWORLD) -ທ່ານເລວັນເຫງັຍ, ຫົວໜ້າກົງສູນກິດຕິມະສັກ ສ. ອຸດສະເບກິດສະຖານ ປະຈຳຫວຽດນາມ ໃຫ້ຮູ້ວ່າ, ອຸດສະເບກິດສະຖານ ມີປະຊາຊົນປະມານ 40 ລ້ານຄົນ, ແມ່ນປະເທດພວມມີ ລະດັບການພັດທະນາເສດຖະກິດໄວພໍສົມຄວນ.
ແຄງ​ຮ່​ວາ: ຊອກ​ຫາ​ບັນ​ດາ​ຕະຫຼາດ​ການ​ທ່ອງ​ທ່ຽວ​ສາ​ກົນ​ໃໝ່ ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ - ảnh 1ພາບປະກອບ: vov

ວັນທີ 15 ມິຖຸນາ, ພະແນກການທ່ອງທ່ຽວແຂວງ ແຄ໊ງຮ່ວາ ຂອງ ຫວຽດນາມພ້ອມກັບທ່າອາກາດສະຍານສາກົນ ກາມແຣງ ແລະ ບໍລິສັດຫຸ້ນສ່ວນຈຳກັດ ການທ່ອງທ່ຽວ Amega ໄດ້ຈັດພິທີຕ້ອນຮັບຖ້ຽວບິນທຳອິດຈາກ ຢູ່ອຸດສະເບກິດສະຖານ. ມີຜູ້ໂດຍສານ 140 ຄົນ ຈາກພາກເໜືອອາຊີກາງ ມາພັກຜ່ອນບຳລຸງສຸຂະພາບຢູ່ສະຖານທີ່ທີ່ມີຊື່ສຽງ 10 ແຫ່ງຂອງແຂວງແຄ໊ງຮ່ວາ.

ທ່ານເລວັນເຫງັຍ, ຫົວໜ້າກົງສູນກິດຕິມະສັກ ສ. ອຸດສະເບກິດສະຖານ ປະຈຳຫວຽດນາມ ໃຫ້ຮູ້ວ່າ, ອຸດສະເບກິດສະຖານ ມີປະຊາຊົນປະມານ 40 ລ້ານຄົນ, ແມ່ນປະເທດພວມມີ ລະດັບການພັດທະນາເສດຖະກິດໄວພໍສົມຄວນ. ເພາະສະນັ້ນ, ຄວາມຕ້ອງການໄປທ່ອງທ່ຽວຂອງປະຊາຊົນແມ່ນໃຫຍ່ຫຼວງທີ່ສຸດ. ດ້ວຍທ່າໄດ້ປຽບທາງທະເລ, ໝູ່ເກາະ ຖ້າຫາກວ່າປະຕິບັດການໂຄສະນາ, ສົ່ງເສີມເປັນຢ່າງດີ ພ້ອມກັບການຈັດຖ້ຽວບິນໂດຍກົງ ແຂວງແຄງຮ່ວາຈະດຶງດູດແຂກທ່ອງທ່ຽວມາຈາກ ອຸດສະເບກິດສະຖານ ໄດ້ຈຳນວນຫຼາຍ. ນີ້ກໍ່ແມ່ນກາລະໂອກາດເພື່ອເປີດກວ້າງໄປຍັງບັນດາຕະຫຼາດ ປະເທດຢູ່ອາຊີກາງ.

ທ່ານ ຟ້າມມິງຍຶດ, ຮອງປະທານສະມາຄົມການທ່ອງທ່ຽວ ຍາຈາງ - ແຄ໊ງຮ່ວາໃຫ້ຮູ້ວ່າ ໃນສະພາບການຕະຫຼາດແຂກທ່ອງທ່ຽວສາກົນແບບເກົ່າທີ່ມີຂະຫນາດໃຫຍ່ຖືກຂາດວັກຂາດຕອນ, ທາງແຂວງແຄ໊ງຮ່ວາ ຕ້ອງຮີບດ່ວນຊອກຫາຕະຫຼາດໃໝ່ເພື່ອມາທົດແທນ. ເລື່ອງນີ້ຈະຊ່ວຍໃຫ້ສ້າງໂຄງປະກອບແຂກທ່ອງທ່ຽວຄືນໃໝ່, ຈາກນັ້ນບັນດາວິສາຫະກິດຈະຄ່ອຍໆຟື້ນຟູ. ໃນໄລຍະຈະມາເຖິງ, ແຂວງແຄ໊ງຮ່ວາຈະຂຸດຄົ້ນຕະຫຼາດ ອິນເດຍ ເຊິ່ງແມ່ນຕະຫຼາດທີ່ມີພົນລະເມືອງຫຼາຍ ແລະ ຄວາມຕ້ອງການຢາກໄປດ້ານການທ່ອງທ່ຽວພວມເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ