ແງ່​ຫວັງ ຫວຽດ​ນາມ ກາຍ​ເປັນ​ສູນ​ເຕັກ​ໂນ​ໂລ​ຢີ​ການ​ເງິນ​ໃໝ່

(VOVWORLD) -ຜູ້ຂຽນໄດ້ຄັດສະເໜີ້ຂໍ້ມູນຂອງກະຊວງແຜນການ ແລະ ການລົງທຶນ ໂດຍໃຫ້ເຫັນວ່າ ດ້ວຍອົງການ fintech ເກືອບ 200 ແຫ່ງ, ປັດຈຸບັນ ມີ 66%ຈຳນວນຜູ້ໃຫຍ່ ຢູ່ຫວຽດນາມ ມີບັນຊີຊຳລະ.
ແງ່​ຫວັງ ຫວຽດ​ນາມ ກາຍ​ເປັນ​ສູນ​ເຕັກ​ໂນ​ໂລ​ຢີ​ການ​ເງິນ​ໃໝ່ - ảnh 1ພາບປະກອບ: TTXVN

ຕາມບົດຂຽນໄດ້ເອົາລົງໃນເວັບໄຊ asiaone.com (ສິງກະໂປ) ໃນວັນທີ 21 ມີນາ, ຂົງເຂດເຕັກໂນໂລຢີການເງິນ (fintech) ຂອງ ຫວຽດນາມ ບັນລຸໄດ້ລະດັບສູງໃໝ່ ແລະ ກອບນິຕິກຳໃໝ່ພວມສືບຕໍ່ຊຸກຍູ້ການພັດທະນາຂົງເຂດນີ້. ຕະຫຼາດ fintech ຂອງ ຫວຽດນາມຄາດວ່າ ຈະບັນລຸລະດັບ 18 ຕື້ USD ໃນປີ 2024.

ບົດຂຽນກໍ່ຖືວ່າ ໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025 ຍິງຊ່ວຍການຊຸກຍູ້ fintech. ຜູ້ຂຽນໄດ້ຄັດສະເໜີ້ຂໍ້ມູນຂອງກະຊວງແຜນການ ແລະ ການລົງທຶນ ໂດຍໃຫ້ເຫັນວ່າ ດ້ວຍອົງການ fintech ເກືອບ 200 ແຫ່ງ, ປັດຈຸບັນ ມີ 66%ຈຳນວນຜູ້ໃຫຍ່ ຢູ່ຫວຽດນາມ ມີບັນຊີຊຳລະ. ຕາມບົດຂຽນ, ທະນາຄານໂລກ (WB) ພວມຕັ້ງໜ້າໜູນຊ່ວຍ ຫວຽດນາມ ກາຍເປັນພື້ນຖານເສດຖະກິດທີ່ມີລາຍຮັບສູງໃນປີ 2045. ສຳລັບບັນດາຝ່າຍເຂົ້າຮ່ວມສຳຄັນ, ນັກລົງທຶນ ແລະ ຊ້ຳບໍ່ໜາມນັບທັງຝ່າຍຫາກໍ່ເຂົ້າຮ່ວມ, ຕະຫຼາດ fintech ຫວຽດນາມ ກາຍເປັນຂົງເຂດລົງທຶນພິເສດມີຄວາມດຶງດູດໃຈ ຍ້ອນວ່າມີກາລະໂອກາດຫຼາຍຢ່າງເພື່ອເຂົ້າຮ່ວມ ແລະ ເປີດກວ້າງຂອບຂະໜາດ.

ຕອບກັບ

ຂ່າວ/ບົດ​ອື່ນ