ແງ່ຫວັງຕະຫຼາດອະສັງຫະລິມະຊັບຢູ່ຫວຽດນາມນັບມື້ນັບດີຂຶ້ນ

ແງ່ຫວັງຕະຫຼາດອະສັງຫະລິມະຊັບຢູ່ຫວຽດນາມນັບມື້ນັບດີຂຶ້ນ - ảnh 1
(ພາບປະກອບ)

(vovworld) - ​ໃນ​ຄໍ​ລຳ​ປະຊາຊົນ​ຖາມ ລັດຖະມົນຕີ​ວ່າການ​ຕອບ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກໍ່ສ້າງ ຈິງດິ່ງ​ຢຸງ, ​ໃຫ້​ຮູ້​ວ່າ: ໜຶ່ງ​ໃນ​ບັນດາ​ທັດສະນະ​ສຳຄັນ​ທີ່​ສຸດ ​ແລະ ຕັດສິນ​ການ​ຟື້ນ​ຕົວ​ຂອງ​ຕະຫຼາດ​ອະສັງ​ຫະລິມະ​ຊັບນັ້ນ​ແມ່ນ​ທັດສະນະ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​​ໃຫ້ຕະຫຼາດ​ອະສັງ​ຫະລິມະ​ຊັບ ຕິດ​ພັນກັບ​ການປະຕິບັດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ເຮືອນ​ຢູ່​ແຫ່ງ​ຊາດ. ທ່ານ​ລັດຖະມົນຕີ​ວ່າການ​ ຈິງດິ່ງ​ຢຸງ, ​ໃຫ້​ຮູ້​ວ່າ:

ປະຈຸ​ບັນ, ຄວາມ​ຕ້ອງການ​ດ້ານ​ເຮືອນ​ຢູ່​ສັງຄົມ​ແມ່ນ​ຫຼາຍ​ທີ່​ສຸດ. ​ເພື່ອຍູ້​ແຮງ​ການ​ພັດທະນາ​ເຮືອນ​ຢູ່​ສັງຄົມກວ່າ​ອີກ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ສືບ​ຕໍ່​ປັບປຸງ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ເຮືອນ​ຢູ່ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ ລະດົມ​ບັນດາ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ພັດທະນາ. ທີສອງ​ແມ່ນ, ບັນດາ​ທ້ອງ​ຖີ່​ນຕ້ອງ​ສືບ​ຕໍ່​ກໍ່ສ້າງ​ລາຍການ​ພັດທະນາ​ເຮືອນ​ຢູ່, ພິ​ເສດ​ແມ່ນ​ເຮືອນ​ຢູ່​ສັງຄົມ. ທີ​ສາມ​ແມ່ນ​ຕ້ອງ​ສຸມ​ໃສ່​ສ້າງ​ກອງ​ທຶນ​ທີ່​ດິນ​ພັດທະນາ​ເຮືອນ​ຢູ່​ສັງຄົມ. ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ຮ່ວມການ​ພັດທະນາ​ເຮືອນ​ຢູ່​ສັງຄົມ“.

​ແລະ​ກໍ່ຕາມທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກໍ່ສ້າງ ຈິງດິ່ງ​ຢຸງ ​ແລ້ວ, ຕະຫຼາດ​ອະສັງ​ຫະລິມະ​ຊັບ ​ພວມ​ໄດ້​ຮັບ​ການ​ຟື້ນ​ຕົວ, ​ແຫຼ່ງສະໜອງ​ເຮືອນ​ຢູ່​ນັບ​ມື້​ນັບ​ຫຼາຍ, ລາຄາ​ເຮືອນ​ຢູ່​ກໍ່​ເປັນ​ປົກກະຕິ​ກວ່າ. ດັ່ງ​ນັ້ນ​ນີ້​ແມ່ນ​ໂອກາດ​ເພື່ອ​ຫັນ​ຄວາມ​ໄຝຝັນ​ມີ​ເຮືອນ​ຢູ່​ຂອງ​ປະຊາຊົນ​ປະກົດ​ຜົນ​ເປັນ​ຈິງ.

ຂ່າວ/ບົດ​ອື່ນ