(vovworld) - ແຕ່ວັນທີ 10 – 12/07/2013, ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ໄດ້ຈັດກອງປະຊຸມຄັ້ງທີ 19 ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ແລະ ບັນດາຮອງປະທານສະພາແຫ່ງຊາດ. ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາ, ຕີລາຄາໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມຊຸດທີ 13; ໃຫ້ຄຳຄິດຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຫວຽດນາມຊຸດທີ 13. ຄະນະປະຈຳສະພາແຫ່ງຊາດກໍໃຫ້ຄຳຄິດຄຳເຫັນບາງບັນຫາໃຫຍ່ທີ່ຍັງມີຄວາມເຫັນແຕກຕາງກັນຂອງຮ່າງກົດໝາຍ 3 ສະບັບ ເຊິ່ງສະພາແຫ່ງຊາດໃຫ້ຄຳຄິດຄຳເຫັນເປັນຄັ້ງທຳອິດທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມຊຸດທີ 13 ເຊິ່ງລວມມີ: ກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປະຢັດ, ຕ້ານການຟຸມເຟືອຍ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ ແລະ ດັບເພິງ ເພື່ອສືບຕໍ່ປັບປຸງ, ສຳເລັດເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ ຮັບຮອງເອົາທີ່ກອງປະຊຸມເທື່ອທີ 6 ຈະມາເຖິງ. ພ້ອມນັ້ນ, ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາລັດຖະບັດຍັດ ສະບັບປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງລັດຖະບັດຍັດຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເປີດ ແລະ ເຄື່ອງມືໜູນຊ່ວຍ. ຄຽງຂ້າງນັ້ນ, ຄະນະປະຈຳສະພາແຫ່ງຊາດ ຍັງໃຫ້ຄຳຄິດຄຳເຫັນໃສ່ຮ່າງມະຕິປັບປຸງ, ເພີ່ມເຕ່ີມມະຕິກ່ຽວກັບເລື່ອງສະມາຊິກສະພາແຫ່ງຊາດ ຕ້ອນຮັບພົນລະເມືອງ, ຮັບ, ສົ່ງໃບຮ້ອງທຸກ, ຊຸກຍູ້ການຕິດຕາມແກ້ໄຂການຮ້ອງທຸກຮ້ອງຟ້ອງ ແລະ ຂໍ້ສະເໜີຂອງພົນລະເມືອງ ແລະ ມະຕິກ່ຽວກັບການຮັບ, ຈັດແບ່ງປະເພດ, ແກ້ໄຂໃບຮ້ອງທຸກຮ້ອງຟ້ອງ ແລະ ຂໍ້ສະເໜີຂອງພົນລະເມືອງທີ່ສົ່ງເຖິງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ສະພາປະຊາຊົນ, ບັນດາກຳມາທິການສະພາແຫ່ງຊາດ. ກໍ່ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາກ່ຽວກັບບົດບາດ, ໜ້າທີ່, ສິດ ແລະ ໂຄງປະກອບການຈັດຕັ້ງຂອງຫ້ອງວ່າການສະພາແຫ່ງຊາດ; ພ້ອມທັງຮັບຮອງເອົາມະຕິກ່ຽວກັບການສ້າງໃໝ່, ປັບປຸງ ແລະ ເພີ່ມເຕີ່ມຊື່ເອີ້ນຂອງບາງຫົວໜ່ວຍຂອງອົງການໄອຍະການປະຊາຊົນສູງສຸດ.