ປະທານປະເທດ ເຈືອງເຕິ໋ນຊາງ ປະດັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ ໄລຍະປ່ຽນແປງໃໝ່ຂອງກຳລັງປະກອບອາວຸດແຂວງແທງຮ໋ວາ
(ພາບ: qdnd.vn)
(vovworld) – ຕອນເຊົ້າວັນທີ 27/4, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ເຂົ້າຮ່ວມພິທີມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໄລຍະປ່ຽນແປງໃໝ່ຂອງກຳລັງປະກອບອາວຸດແຂວງແທງຮ໋ວາ. ກ່າວຄວາມເຫັນນະທີ່ນີ້ທ່ານປະທານປະເທດເນັ້ນໜັກວ່າ: ການສ້າງສາ ແລະ ປົກປັກຮັກສາປະເທດຊາດ ແມ່ນສອງໜ້າທີ່ຍຸດທະສາດຂອງປະເທດຊາດ. ໃນສະພາບການໂລກ ແລະ ພາກພື້ນພວມມີການຜັນແປໄປຢ່າງສັບສົນນັ້ນ, ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ ພ້ອມກັບໜ້າທີ່ພັດທະນາເສດຖະກິດ, ຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ເຊື່ອມໂຍງກັບສາກົນ ເພື່ອຮອດປີ 2020 ຫວຽດນາມກາຍເປັນປະເທດອຸດສາຫະກຳຕາມທິດທີ່ທັນສະໄໝໂດຍພື້ນຖານ…ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຢັ້ງຢືນວ່າ ແທງຮ໋ວາ ແມ່ນສະຖານທີ່ຍຸດທະສາດທີ່ມີຄວາມສຳຄັນພິເສດໃນພາລະກິດປົກປັກຮັກສາປະເທດຊາດ, ດັ່ງນັ້ນອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນ ແລະ ກຳລັງປະກອບອາວຸດແທງຮ໋ວາ ຕ້ອງສະແດງບົດບາດ, ຄວາມຮັບຜິດຊອບອັນໃຫຍ່ຫຼວງຂອງຕົນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
“ເພື່ອປະຕິບັດສຳເລັດພາລະໜ້າທີ່ປະຫວັດສາດນັ້ນ, ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນ ແລະ ກຳລັງປະກອບອາວຸດແຂວງແທງຮ໋ວາ ຕ້ອງສືບຕໍ່ຊາບຊືມຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ຢ່າງເລິກເຊິ່ງ, ກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ກໍ່ສ້າງເຂດປ້ອງກັນຢ່າງເຂັ້ມແຂງນັບທັງທ່າແຮງ ແລະ ກຳລັງແຮງ, ເຮັດໜ້າທີ່ການທະຫານ, ປ້ອງກັນຊາດ ຕິດພັນກັບການພັດທະນາເສດຖະກິດ, ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວປວງຊົນ, ຂອງທັງລະບົບການເມືອງໃນແຂວງເຂົ້າໃນການປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບເປັນຢ່າງດີ, ເຮັດໃຫ້ໜ້າທີ່ປົກປັກຮັກສາປະເທດຊາດ ກາຍເປັນໜ້າທີ່ສຳຄັນຂອງທົ່ວອົງຄະນະພັກ, ອຳນາດການປົກຄອງ, ທັງລະບົບການເມືອງ ແລະ ປະຊາຊົນໃນແຂວງແທງຮ໋ວາ. ໃນນັ້ນກຳລັງປະກອບອາວຸດແມ່ນແກ່ນສານ“.