(vovworld) – ງານຕະຫຼາດນັດການທ່ອງທ່ຽວສາກົນນະຄອນ ໂຮ່ຈີມິນ ຈະໄດ້ດຳເນີນໄປແຕ່ວັນທີ 12 – 14/9, ຢູ່ສູນງານຕະຫຼາດນັດ ໄຊງ່ອນ, ນະຄອນ ໂຮ່ຈີມິນ. ງານຕະຫຼາດນັດມີສານທີ່ວ່າ “5 ປະເທດ - ຈຸດນັດພົບດຽວ”, ດ້ວຍຄວາມເຫັນດີເຫັນພ້ອມຂອງບັນດາປະເທດ ລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ. ນີ້ແມ່ນເຫດການທ່ອງທ່ຽວສາກົນປະຈຳປີໃຫຍ່ສຸດຢູ່ ຫວຽດນາມ ແລະ ພາກພື້ນແມ່ນຳ້ຂອງ ດ້ວຍຈຸດໝາຍຕົ້ນຕໍ່ແມ່ນໂຄສະນາພາບພົດຈຸດນັດພົບຂອງບັນດາປະເທດ ຫວຽດນາມ, ລາວ, ກຳປູເຈຍ, ມຽນມາ, ໄທ. ງານຕະຫຼາດນັດດຶງດູດ 300 ຫົວໜ່ວຍເຂົ້າຮ່ວມທີ່ມາຈາກ 50 ຈຸດນັດພົບຂຶ້ນກັບ 17 ປະເທດ ແລະ ເຂດແຄ້ວນ. ໂດຍຖືກດຳເນີນໄປໃນເວລາ 3 ວັນ, ງານຕະຫຼາດນັດມີຫຼາຍເຫດການຄື: ກອງປະຊຸມລັດຖະມົນຕີການທ່ອງທ່ຽວອົງການຍຸດທະສາດການຮ່ວມມືເສດຖະກິດ Ayeawadi – Chao Phreaya – Mekong (ACMECS ) ຄັ້ງທີ 1, ກອງປະຊຸມເຈົ້າຄອງນະຄອນບັນດານະຄອນທ່ອງທ່ຽວຢູ່ເຂດລຸ່ມແມ່ນ້ຳຂອງ, ບັນດາກອງປະຊຸມສຳມະນາສະຫງວນໃຫ້ຜູ້ຊື້ ແລະ ຜູ້ຂາຍ, ການພົບປະກັບບັນດາວິສາຫະກິດທ່ອງທ່ຽວ,ບັນດາອົງການສົ່ງເສີມການທ່ອງທ່ຽວຂອງບັນດາປະເທດ, ລາງວັນທ່ອງທ່ຽວ 5 ປະເທດ, ງານຕະຫຼາດນັດສະຫງວນໃຫ້ນັກທ່ອງທ່ຽວ.