ແນະນຳຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງສິລະປະຂັບ ບາຍຈ່ອຍ ເຖິງມະຫາຊົນ

(VOVWORLD) -ງານມະໂຫລານແມ່ນໂອກາດເພື່ອໂຄສະນາ, ແນະນຳຈຸດວັດທະນຳທຳທີ່ເປັນເອກະລັກສະເພາະ, ຄຸນຄ່າທີ່ອຸດົມສົມບູນ, ເປັນເອກະລັກສະເພາະຂອງສິລະປະຂັບ ບ່າຍຈ່ອຍ ແຂວງ ກວາງງ້າຍ ເຖິງມະຫາຊົນ
ແນະນຳຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງສິລະປະຂັບ ບາຍຈ່ອຍ ເຖິງມະຫາຊົນ - ảnh 1ສິລະປະຂັບ ບ່າຍຈ່ອຍ ທາງພາກກາງ ຫວຽດນາມ
(ພາບ: TTXVN)

ເພື່ອເຊີດຊູ, ຢືນຢັນຄຸນຄ່າຂອງສິລະປະຂັບ ບ່າຍຈ່ອຍ ທາງພາກກາງ ຫວຽດນາມ - ມໍລະດົກບໍ່ເປັນວັດຖຸທີ່ຕາງໜ້າໃຫ້ແກ່ມວນມະນຸດ ເຊິ່ງ UNESCO ຮັບຮອງເອົາ, ຕອນຄ່ຳວັນທີ 06 ສິງຫາ, ຢູ່ນະຄອນ ກວາງງ້າຍ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວາງງ້າຍ ໄດ້ຈັດງານມະໂຫລານສະແດງສິລະປະຂັບ ບ່າຍຈ່ອຍ ແຂວງ ກວາງງ້າຍ.

ງານມະໂຫລານແມ່ນໂອກາດເພື່ອໂຄສະນາ, ແນະນຳຈຸດວັດທະນຳທຳທີ່ເປັນເອກະລັກສະເພາະ, ຄຸນຄ່າທີ່ອຸດົມສົມບູນ, ເປັນເອກະລັກສະເພາະຂອງສິລະປະຂັບ ບ່າຍຈ່ອຍ ແຂວງ ກວາງງ້າຍ ເຖິງມະຫາຊົນຢູ່ພາຍໃນປະເທດ ແລະ ເພື່ອນມິດສາກົນ, ຜ່ານນັ້ນ ລະດົມກຳລັງໃຈບັນດານັກສິລະປິນ, ນັກສະແດງໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຮູບແບບວັດທະນະທຳ, ສິລະປະທີ່ເປັນມູນເຊື້ອ, ປະກອບສ່ວນຍົກສູງຄວາມຮັບຮູ້, ສະຕິຮັກສາ, ອະນຸລັກຮັກສາສິລະປະຂັບ ບ່າຍຈ່ອຍ ໃນປະຊາຊົນ.

ເຂົ້າຮ່ວມງານມະໂຫລານລວມມີ 7 ສະໂມສອນຂັບ ບ່າຍຈ່ອຍ ຊື່ງໄດ້ສະແດງ 21 ລາຍການທີ່ເປັນເອກະລັກສະເພາະ, ເຂັ້ມຂຸ້ນໄປດ້ວຍສີສັນສິລະປະຂັບ ບ່າຍຈ່ອຍ ທາງພາກກາງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ