ພາບປະກອບ
|
(vovworld) – ຕອນເຊົ້າວັນທີ 4/10, ຢູ່ ຮ່າໂນ້ຍ, ໄດ້ຈັດຕັ້ງກອງປະຊຸມສຳມະນາແນະນຳກ່ຽວກັບບັນດາກອງທຶນຮ່ວມມື ອາຊຽນ ແລະ ບັນດາກອງທຶນ, ລາຍການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື. ປະຊາຄົມ ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອວັນທີ 31/12/2015 ແລະ ກ້າວເຂົ້າສູ່ໄລຍະປັບປຸງ ແລະ ເຮັດໃຫ້ການຮ່ວມສຳພັນ ອາຊຽນເລິກເຊິ່ງກ່ວາ ຜ່ານການຜັນຂະຫຍາຍວິໄສທັດປະຊາຄົມ ອາຊຽນ ປີ 2025 ແລະ ບັນດາແຜນການສັງລວມໃນແຕ່ລະເສົາຄ້ຳປະຊາຄົມ ແລະ ຂົງເຂດ. ປະຈຸບັນ, ມີກ່ວາ 70 ກອງທຶນ ແລະ ໂຄງການຮ່ວມມືໃນຂອບເຂດ ອາຊຽນ ແລະ ລະຫວ່າງ ອາຊຽນກັບບັນດາຄູ່ຮ່ວມມື ແລະ ໄລຍະຜ່ານມາ, ບັນດາກອງທຶນ ແລະ ລາຍການຮ່ວມມືນີ້ໄດ້ປະກອບສ່ວນສຳຄັນຊຸກຍູ້ການຮ່ວມມື ອາຊຽນ ກໍ່ຄືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ພິເສດແມ່ນໃນບັນດາຂົງເຂດເພີ່ມທະວີການເຊື່ອມຕໍ່, ຮັດແຄບຊ່ອງຫວ່າງການພັດທະນາ, ຮັບມືກັບບັນດາສິ່ງທ້າທາຍລວມ. ທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນກວກຢູ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ໃຫ້ຮູ້ວ່າ:
“ໃນໄລຍະ 2010 – 2014, ຫວຽດນາມ ແມ່ນໜຶ່ງໃນ 4 ປະເທດມີລະດັບການສະເໜີໂຄງການຕຳ່ສຸດໃນຈຳນວນ 10 ປະເທດ ອາຊຽນ, ໃນຂະນະທີ່ ຫວຽດນາມ ຂຶ້ນກັບກຸ່ມບັນດາປະເທດອະນຸພາກພື້ນແມ່ນຳ້ຂອງ, ທີ່ໄດ້ຮັບບຸລິມະສິດ, ພິເສດແມ່ນໃນຂອບເຂດຂໍ້ລິເລີ່ມຮ່ວມສຳພັນ ອາຊຽນ. ໃນໄລຍະຈະມາເຖິງ, ຂ້າພະເຈົ້າຫວັງວ່າ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນເອົາໃຈໃສ່ກ່ວາ ແລະ ເປັນເຈົ້າການກ່ວາໃນການຂຸດຄົ້ນບັນດາແຫຼ່ງກອງທຶນນີ້ເພື່ອເພີ່ມແຫຼ່ງກຳລັງ, ພ້ອມທັງສະແດງໃຫ້ເຫັນການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ສຳຄັນຂອງ ຫວຽດນາມ ໃນການຮ່ວມມື ອາຊຽນ”