ແນະນຳຟິມຮູບເງົາແລະປື້ມກ່ຽວກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມຢູ່ຝຣັ່ງ

ແນະນຳຟິມຮູບເງົາແລະປື້ມກ່ຽວກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມຢູ່ຝຣັ່ງ - ảnh 1
ການ​ສາຍ​ຟິມ​ຮູບ​ເງົາ​ໄດ້​ດຶງ​ດູດ​ຜູ້​ຊົມ​ຊາວ ຝ​ຣັ່ງ ເປັນ​ຈຳ​ນວນ
ຫຼ​ວງຫຼາຍ
(ພາບ: Bích Hà/Vietnam+)

(vovworld) – ຟິມ​ຮູບ​ເງົາ​ດ້ວຍ​ຫົວ​ຂໍ້​ວ່າ “ເລື່ອງ​ລ​າວ​ຂອງ​ນາງ​ລຽນ ຢູ່​ເມ​ລີງ ຫຼື ສົງ​ຄາມ ແລະ ໂທດ​ກຳ​ໃນ​ສົງ​ຄາມ” ແລະ ປື້ມ​ທີ່​ມີ​ຊື່​ດຽວ​ກັນ​ຂອງ​ນັກ​ປະ​ພັນ, ຜູ້​ກຳ​ກັບ​ຊາວ ​ແບນ​ຊິກ Jean – Marc Turine ຫາ​ກໍ່​ໄດ້​​ແນະ​ນຳ​ຕໍ່​ມະ​ຫາ​ຊົນຝ​ຣັ່ງ ໃນ​ວັນ​ທີ 13/4, ຢູ່​ນະ​ຄອນຫຼວງ ປາ​ຣີ. ຟິມ​ຮູບ​ເງົາ ແລະ ປື້ມ​ຫົວ​ນີ້​ມີ​ເນື້ອ​ໃນ​ກ່າວ​ປະ​ນາມ​ບັນ​ດາ​​ຜົນ​ຮ​້າຍ​ຢ້ອນຫຼັງ​ຈາກ​ທາດ​ພິດ​ສີ​ສົ້ມ ທີ່​ມີ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ ຢູ່ ຫວຽດ​ນາມ ນັບ​ລ້ານ​ຄົນ​ໃນ​​ໄລ​ຍະທີ່​ສົງ​ຄາມ​ໄດ້​ຜ່ານ​ຜົ້ນ​ໄປ​ເປັນ​ເວ​ລາຫຼາຍ​ທົດ​ສະ​ວັດ​ແລ້ວ. ໃນ​ຟິມ​ຮູບ​ເງົາ ກໍ່​ຄື​ປື້ມ​ຫົວ​ນີ້, ຜູ້​ຊົມ, ຜຸ້​ອ່ານ​ໄດ້​ພົບ​ປະ​ກັບ ນາງ ລຽ​ນ, ອາ​ຍຸ 18 ປີ, ເຊິ່ງ​ແມ່ນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທ​າດ​ພິດ​ສີ​ສົ້ມ ຢູ່ເມືອງ ເມ​ລີງ, ຊານ​ນະ​ຄອນ ຮ່າ​ໂນ້ຍ, ພໍ່​ຂອງ​ນາງ​ແມ່ນ​ນັກ​ຮົບ​ຖືກ​ຕິດ​ທາດ​ພິດ​ສ​ີ​ສົ້ມ/ດີ​ໂອ​ຊີນ ໃນ​ຊຸມ​ເດືອນ​ປີ​ຕໍ່​ສູ້​ຢູ່​ສະ​ໜາມ​ຮົບພາ​ກ​ກາງ - ໄຕ​ງວຽນ. ຟິມ​ຮູບ​ເງົາ​ກໍ່​ໄດ້​ສະ​ໜອງຫຼາຍ​ຂໍ້​ມູນ​ຂ່າວ​ທີ່​ມີ​ລັກ​ສະ​ນະ​ເອ​ກະ​ສານ​ໃຫ້​​ແກ່ຜູ້​ຊົມ.


ຂ່າວ/ບົດ​ອື່ນ