ແນະນຳວັດທະນະທຳ ຫວຽດນາມ ຢູ່ ອົດສະຕາລີ

(VOVWORLD) - ໂຄສະນາວັດທະນະທຳ ແລະ ອາຫານການກິນຂອງ ຫວຽດນາມ ເຖິງແມ່ຍິງປະເທດຕ່າງໆ

ແນະນຳວັດທະນະທຳ ຫວຽດນາມ ຢູ່ ອົດສະຕາລີ - ảnh 1ແຂກຖືກເຊີນ ໄດ້ຮັບຊົມການຈັດສັນຕົ້ນໄມ້ປະດັບ

(ພາບປະກອບ)

ວັນທີ 7 ເມສາ, ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ໄດ້ຈັດຕັ້ງການພົບປະສັງສັນ “ເຫດການ ຫວຽດນາມ” ເພື່ອແນະນຳ, ໂຄສະນາວັດທະນະທຳ ແລະ ອາຫານການກິນຂອງ ຫວຽດນາມ ເຖິງແມ່ຍິງປະເທດຕ່າງໆ. ເຂົ້າຮ່ວມການພົບປະສັງສັນມີບັນດາພັນລະຍາຂອງເອກອັກຄະລັດຖະທູດປະເທດຕ່າງໆ, ຜູ້ນຳໜ້າຄະນະການທູດ, ຜູ້ຕາງໜ້າພະນັກງານການທູດຍິງຂອງບັນດາປະເທດ ທີ່ມີສຳນັກງານຕັ້ງຢູ່ Canberra.

        ທີ່ການພົບປະ, ບັນດາແຂກຖືກເຊີນໄດ້ຮັບຊົມສິລະປະຈັດສັນຕົ້ນໄມ້ປະທັບ ທີ່ເປັນເອກະລັກສະເພາະຂອງວັດທະນະທຳ ຫວຽດນາມ ຂອງນັກສິລະປະການຊາວ ອົດສະຕາລີ ເຊື້ອຊາດ ຫວຽດນາມ ຟ້າມບ໋າວແຄ໋ງລີງ. ແມ່ຍິງບັນດາປະເທດລ້ວນແຕ່ສະແດງຄວາມປະທັບໃຈສຳລັບບັນດາເຍື່ອງອາຫານຂອງ ຫວຽດນາມ ໂດຍບັນດາເອື້ອຍນ້ອງແມ່ຍິງ ໃນສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ແຕ່ງເອງ.

ຕອບກັບ

ຂ່າວ/ບົດ​ອື່ນ