ແນະນຳສະພາບແວດ ລ້ອມດຳເນີນທຸລະກິດ ຢູ່ຮ່າໂນ້ຍໃນໂທລະພາບ ຝະລັ່ງ

ແນະນຳສະພາບແວດ ລ້ອມດຳເນີນທຸລະກິດ ຢູ່ຮ່າໂນ້ຍໃນໂທລະພາບ ຝະລັ່ງ - ảnh 1

(ພາບປະກອບ:vietpalm.com.vn)

(vovworld) - ນະຄອນຫຼວງ​ຮ່າ​ໂນ້ຍ​ແມ່ນ 1 ​ໃນ​ຈຳນວນ 24 ນະຄອນ​ໃນ​ໂລກ​ຈະ​ໄດ້​ຮັບ​ການແນະ​ນຳກ່ຽວ​ກັບສະພາບ​ແວດ​ລ້ອມດຳ​ເນີນ​ທຸລະ​ກິດ​ໃນ​ລາຍການ​ຖ່າຍທອດ​ສົດ​ໃນ​ຊ່ອງ TV5 ຂອງຝະລັ່ງ​ໃນ​ວັນ​ທີ 16/1 ຈະ​ມາ​ເຖິງ. ລາຍການ​ດັ່ງກ່າວໄດ້​ອອກ​ອາກາດ​ໃນຊ່ອງ​ໂທລະພາບ TV5 ​ໃນ​ທົ່ວ​ໂລກ, ​ສະຫງວນ​ໃຫ້​ແກ່ຜູ້ນຳ​ໃຊ້​ພາສາ​ຝະລັ່ງ ຢູ່​ພາຍ​​ໃນ ​ແລະ ນອກ​ປະ​ເທດ​ຝະລັ່ງ. ​ໃນ​ຈຳນວນ​ແຂກ​ຖືກ​ເຊີນ 4 ທ່ານ​ໃນ​ລາຍການ, ພ້ອມ​ກັບ​ນັກທຸລະກິດຝະລັ່ງ 3 ທ່ານ​ເຄີຍ​ດຳ​ເນີນ​ທຸລະ​ກິດ​ຢູ້ຮ່າ​ໂນ້ຍ​ ແລ້ວ,​ ຍັງ​ມີ​ທ່ານ​ຫງວຽນ​ຫາຍ​ນາມ, ປະທານ​ສະມາຄົມ​ນັກທຸລະກິດ​ຫວຽດນາມ ຢູ່​ຝະລັ່ງ. ຕອບ​ສຳ​ພາດ​ນັກ​ຂ່າວ VOV ປະຈຳ​ຝະລັ່ງ ກ່ຽວ​ກັບ​ລາຍການ​ນີ້, ທ່ານ​ຫງວຽນ​ຫາຍ​ນາມ, ​ໃຫ້​ຮູ້​ວ່າ:

   “ລາຍການ​ຖ່າຍ​ທອດ​ສົດ​ຈະ​ແນະນຳບັນດາ​ຂໍ້​ມູນ​ຂ່າວສານ​ພື້ນຖານ​ເພື່ອສາມາດ​ສຳ​ພັດ​ກັບ​ຕະຫຼາດ​ຫວຽດນາມ ​ເວົ້າລວມ, ຮ່າ​ໂນ້ຍ​ ເວົ້າສະ​ເພາະ. ພວກ​ຂ້າພະ​ເຈົ້າຈະ​ສາມາດ​ແບ່ງປັນ​ຂໍ້​ມູນ​ຂ່າວສານ,​ ບົດຮຽນ ​ແລະ ຄວາມ​ແຕກ​ຕ່າງ​ກັນ​ວັດທະນະທຳ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ຊາວ​ຝະລັ່ງ​ ຄິດ​ຫຍັງ​ກ່ຽວ​ກັບ​ຫວຽດນາມ ​ແລະ ຊາວ​ຫວຽດນາມ ມີ​ຄວສາມ​ຮູ້ສຶກ​ຄື​ແນວ​ໃດ​ກ່ຽວ​ກັບ​ຊາວ​ຝະລັ່ງ. ພວກຂ້າພະ​ເຈົ້າ​ໄດ້​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດຝະລັ່ງ ລົງທຶນ​ເຂົ້າຫວຽດນາມ

 

 

ຂ່າວ/ບົດ​ອື່ນ