ແບ່ງປັນຂໍ້ມູນຂ່າວກ່ຽວກັບການພົວພັນຕ່າງປະເທດປະຊາຊົນ

(VOVWORLD) - ວັນທີ 23 ມິຖຸນາ, ທີ່ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ສົມທົບກັບອົງການ Action Aid International ປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມແບ່ງປັນ, ແລກປ່ຽນຂໍ້ມູນຂ່າວກ່ຽວກັບວຽກງານພົວພັນຕ່າງປະເທດປະຊາຊົນ
ແບ່ງປັນຂໍ້ມູນຂ່າວກ່ຽວກັບການພົວພັນຕ່າງປະເທດປະຊາຊົນ - ảnh 1ທ່ານ ໂດນຕ໋ວນຟອງ (ພາບ: TTXVN) 

ທີ່ກອງປະຊຸມ, ທ່ານ ໂດນຕ໋ວນຟອງ ຮອງປະທານທັງເປັນເລຂາທິການໃຫຍ່ຮັບຜິດຊອບສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ໄດ້ປະຕິບັດບົດບາດເປັນອົງການການເມືອງ - ສັງຄົມຮັບຜິດຊອບວຽກງານພົວພັນຕ່າງປະເທດປະຊາຊົນ, ຮັບໃຊ້ຢ່າງໄດ້ການໄດ້ງານໃຫ້ແກ່ການພົວພັນກັບຕ່າງປະເທດຂອງພັກ ແລະ ການທູດຂອງລັດເປັນຢ່າງດີ. ໃນສະພາບການໃໝ່, ວຽກງານພົວພັນຕ່າງປະເທດປະຊາຊົນສືບຕໍໄດ້ຜັນຂະຫຍາຍຄົບຊຸດ, ຮອບດ້ານບັນດາການເຄື່ອນໄຫວຕາມທິດຍົກສູງປະສິດທິຜົນຂອງແຕ່ລະການເຄື່ອນໄຫວ ແລະ ຈຸດສຸມມຸ່ງໄປເຖິງໄວໜຸ່ນຢູ່ບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ