ແບ່ງປັນວິທີສຳພັດການວັດແທກຄວາມທຸກຍາກຫຼາຍແງ່ມູນຢູ່ຫວຽດນາມ

ແບ່ງປັນວິທີສຳພັດການວັດແທກຄວາມທຸກຍາກຫຼາຍແງ່ມູນຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 29/12, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ ​ແບ່ງປັນ​ໝາກຜົນ​ການ​ຄົ້ນຄວ້າ​ວິທີສຳ​ພັດ​ການ​ວັດ​ແທ​ກຄວາມທຸກ​ຍາກ​ຫຼາຍ​ແງ່​ມູນ​ຢູ່​ຫວຽດນາມ. ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ລ້ວນ​ແຕ່​ຖື​ວ່າ​ການ​ວັດ​ແທ​ກຄວາມທຸກ​ຍາກ​ຫຼາຍ​ແງ່​ມູນ​ ​ແມ່ນ​ວິທີ​​ໃໝ່ຂອງ​ບັນດາອົງການ​ຈັດ​ຕັ້ງ​ສາກົນ, ບາງ​ປະ​ເທດ​ໃນ​ໂລກພວມ​ໄດ້​ຄົ້ນຄວ​້າ, ຫັນປ່ຽນ, ບໍ່​ທັນ​ມີ​ການ​ກຳນົດ​ເທື່ອ​. ສະ​ນັ້ນ, ຢູ່​ຫວຽດນາມ, ​ເລື່ອງ​ນຳ​ໃຊ້​ວິທີ​ການ​ດັ່ງກ່າວ​ຕ້ອງ​ໄດ້​ນຳ​ໃຊ້​ເພື່ອ​ໃຫ້​ເໝາະ​ສົມ​ກັບຈຸດພິເສດສະ​ເພາະ​ທາງ​ດ້ານ​​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ. ການສຳ​ພັດ​ກັບ​ຄວາມທຸກຍາກ​ຫຼາຍ​ແງ່​ມູນ ຕ້ອງ​ບັນລຸ​ໄດ້ 3 ເປົ້າໝາຍ, ນັ້ນ​ແມ່ນ: ວັດ​ແທກ, ຕິດ​ຕາມກວດກາ​ຄວາມທຸກ​ຍາກ ​ແລະ ກຳນົດ​ທິດ​ນະ​ໂຍບາຍ, ກຳນົດ​ຄອບຄົວ​ທຸກ​ຍາກ ກໍ່​ຄື​ກຳນົດ​ເປົ້າ​ໝາຍ​ນະ​ໂຍບາຍ.

ຂ່າວ/ບົດ​ອື່ນ