ແຜນການພົບປະຂັ້ນສຸດຍອດ 4 ຝ່າຍປຶກສາຫາລື ກ່ຽວກັບຢູແກຼນ ຖືກຍຸບເລີກ

ແຜນການພົບປະຂັ້ນສຸດຍອດ 4 ຝ່າຍປຶກສາຫາລື ກ່ຽວກັບຢູແກຼນ ຖືກຍຸບເລີກ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເຢຍລະ​ມັນ Frank Walter Steinmeier
(ພາບ: AP)


(vovworld) – ຄວາມ​ຫວັງ​ກ່ຽວ​ກັບ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ 4 ຝ່າຍ​ຢູ່ ກາຣັກສຖານ ​ເພື່ອ​ແນ​ໃສ່​ຊອກຫາ​ມາດ​ຕະການ​ແກ້​ໄຂ​ໃຫ້​ວິ​ກິດ​ການ​ຢູ່​ຢູ​ແກຼນ ​ໂດຍ​ໄວ​​ໄດ້​ຖືກ​ຍຸບ​ເລີກ ດ້ວຍ​​ເຫດ​ຜົນ​ຕົ້ນ​ຕໍ່ແມ່ນ​ “ບໍ່​ມີ​ເງື່ອນ​ໄຂຢ່າງ​ພຽງ​ພໍ” ​ໃຫ້ການ​ພົບ​ປະຄື​ແນວ​ນັ້ນ. ກ່າວ​ຄຳ​ເຫັນ​​ໃນ​ຄໍ່າ​ຄືນ​ວັນ​ທີ 12/01, ພາຍຫຼັງ​ການ​ພົບ​ປະ​ທີ່​ແກ່ຍາວ​ເປັນ​ເວລາ 4 ຊົ່ວໂມງ​ກັບ​ບັນດາຜູ້​ຮ່ວມ​ຕໍ່າ​ແໜ່​ງລັດ​ເຊຍ, ຢູ​ແກຼນ ​ແລະ ຝລັ່ງ ຢູ່ ​ແບກ​ລິນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເຢຍລະ​ມັນ Frank Walter Steinmeier ​ໃຫ້​ຮູ້​ວ່າ, ການ​ເຈລະຈາ​ໄດ້​ດຳ​ເນີນ​​ໄປ​ຢ່າງ​ເປີດ​​ເຜີຍ, ​ແຕ່​​ປະຈຸ​ບັນບໍ່​ທັນ​ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ເພື່ອ​ດຳ​ເນີນ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ລະຫວ່າງ​ທ່ານ​ນາຍົກລັດຖະມົນຕີ​ເຢຍລະ​ມັນ, ປະທານາທິບໍດີຢູ​ແກຼນ, ປະທານາທິບໍດີລັດ​ເຊຍ ​ແລະ ປະທານາທິບໍດີຝລັ່ງ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Steinmeier ​​ໃຫ້​ຮູ້​ວ່າ, ທ່ານ ​ແລະ ບັນດາ​ຜູ້​ຮ່ວມຕໍ່າ​ແໜ່​ງ 3 ປະ​ເທດ​ລັດ​ເຊຍ, ຢູ​ແກຼນ ​ແລະ ຝລັ່ງ ອາດ​ຈະ​ສືບ​ຕໍ່​ພົບ​ປະກັນ​ໃນ​ຊຸນ​ອາທິດ​ຕໍ່​ໄປ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ສາມາດ​ດຳ​ເນີນ​ການ​ເຈລະຈາ​ຂັ້ນ​ສຸດ​ຍອດ 4 ຝ່າຍ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ