ແຜ່ນດິນໄຫວ, ຄື້ນຍັກ ຢູ່ອິນໂດເນເຊຍ: ຈຳນວນຜູ້ເສຍຊີວິດຂຶ້ນເກືອບເຖິງ 1300 ຄົນ

(VOVWORLD) -ບັນດາຜົນເສຍຫາຍກ່ຽວກັບຊີວິດອິນຊີ ຍ້ອນເຫດແຜ່ນດິນໄຫວ - ຄື້ນຍັກ ສຶນາມິ ຢູ່ເກາະ ສຸລາເວສີ ຂອງ ອິນໂດເນເຊຍ, ຈຳນວນຜູ້ເສຍຊີວິດສືບຕໍ່ເພີ່ມຂຶ້ນເຖີງ 1.249 ຄົນ.

ແຜ່ນດິນໄຫວ, ຄື້ນຍັກ ຢູ່ອິນໂດເນເຊຍ: ຈຳນວນຜູ້ເສຍຊີວິດຂຶ້ນເກືອບເຖິງ 1300 ຄົນ - ảnh 1 ຈຳນວນຜູ້ເສຍຊີວິດສືບຕໍ່ເພີ່ມຂຶ້ນເຖີງ 1.249 ຄົນ

(ພາບ: AFP)

ທ່ານປະທານາທິບໍດີ ອິນໂດນເນເຊຍ Joko Widodo ໄດ້ຊີ້ນຳໃຫ້ເພີ່ມຈຳນວນພາລະກອນກູ້ຊີບ ເພື່ອຍູ້ໄວຊອກຫາ, ກູ້ໄພກູ້ຊີບຜູ້ປະສົບເຄາະຮ້າຍຫຼັງຈາກໄພພິບັດອັນໂຫດຮ້າຍນີ້.

ຄະນະກຳມະການກາແດງສາກົນ ພັນລະນາສະພາບການປັດຈຸບັນ ວ່າ “ຄືດັ່ງຄວາມຝັນຮ້າຍ”. ບັນດາການລາຍງານຈາກພະນັກງານການອົງການນີ້ໃຫ້ຮູ້ວ່າກຳລັງຊອກວິທີເຂົ້າເຂດ ດົງກາລາ ທີ່ຖືກຕັດຂາດກັບພາຍນອກ, ບ່ອນທີ່ມີປະຊາຊົນເກືອບ 300.000 ຄົນ ອາໄສຢູ່ພາກເໜືອຂອງ ປາລູ ແລະ ນອນຢູ່ໃກ້ຈຸດໃຈກາງຂອງແຜ່ນດິນໄຫວ, ແລະ ຊີ້ໃຫ້ເຫັນວ່າເຂດດັ່ງກ່າວໄດ້ “ຖືກທຳລາຍຢ່າງໜັກໜ່ວງທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ