ແຜ່ນດິນໄຫວ, ຄື້ນຟອງຍັກຢູ່ ອິນໂດເນເຊຍ: ຜູ້ປະສົບເຄາະຮ້າຍນັບພັນຄົນໄດ້ເຄື່ອນຍ້າຍໄປເຖິງພາກໃຕ້ແຂວງ Sulawesi

(VOVWORLD) - ວັນທີ 04 ຕຸລາ, ວົງການຕຳຫລວດ ອິນໂດເນເຊຍ ໃຫ້ຮູ້ວ່າ: ຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກຢູ່ກາງແຂວງ Sulawesi ໄດ້ເຄື່ອນຍ້າຍໄປເຖິງເມືອງເອກ Makassar ຂອງພາກໃຕ້ແຂວງ Sulawesi, ເປັນຕົ້ນແມ່ນໄປທາງທະເລ.

ແຜ່ນດິນໄຫວ, ຄື້ນຟອງຍັກຢູ່ ອິນໂດເນເຊຍ: ຜູ້ປະສົບເຄາະຮ້າຍນັບພັນຄົນໄດ້ເຄື່ອນຍ້າຍໄປເຖິງພາກໃຕ້ແຂວງ Sulawesi - ảnh 1 ຜູ້ປະສົບເຄາະຮ້າຍໄດ້ເຄື່ອນຍ້າຍໄປເຖິງເມືອງເອກ Makassar ຂອງພາກໃຕ້ແຂວງ Sulawesi (ພາບ:THX/TTXVN) 

ວົງການເຈົ້າໜ້າທີ່ ອິນໂດເນເຊຍ ໄດ້ກຳນົດວັນທີ 05 ຕຸລາ ແມ່ນວັນສຸດທ້າຍເພື່ອຊອກຫາຜູ້ຖືກຕິດຄ້າງ ດ້ວຍຄວາມຫວັງວ່າ ເຂົາເຈົ້າຍັງມີຊີວິດຢູ່.

       ແລະກໍ່ໃນວັນດຽວກັນ, ອົງການຫລຸດຜ່ອນໄພພິບັດແຫ່ງຊາດ ອິນໂດເນເຊຍ (BNPB) ໃຫ້ຮູ້ວ່າ: ຈຳນວນຄົນເສຍຊີວິດຈາກເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກຢູ່ແຂວງ Sulawesi ໄດ້ຂຶ້ນເຖິງ 1.424 ຄົນ. ຕາມທ່ານ Sutopo Purwo Nugroho ໂຄສົກ BNPB ແລ້ວ, ປັດຈຸບັນຍັງມີ 114 ຄົນຫາຍສາບສູນ, ໃນນັ້ນມີຊາວ ສ.ເກົາຫຼີ 1 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ