ແຜນຮ່າງພັດທະນາລະບົບພູມປັນຍາ ຫວຽດນາມ ເປັນດີຈີຕອນ

(VOVWORLD) - ຕອນບ່າຍວັນທີ 17 ພຶດສະພາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຜນຮ່າງ “ພັດທະນາລະບົບພູມປັນຍາ ຫວຽດນາມ ເປັນດີຈີຕອນ” ໄດ້ເປັນປະທານກອງປະຊຸມຂອງຄະນະຊີ້ນຳ.
ແຜນຮ່າງພັດທະນາລະບົບພູມປັນຍາ ຫວຽດນາມ ເປັນດີຈີຕອນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຜນຮ່າງ “ພັດທະນາລະບົບພູມປັນຍາ ຫວຽດນາມ ເປັນດີຈີຕອນ” (ພາບ: TTXVN)

ແຜນຮ່າງ “ພັດທະນາລະບົບພູມປັນຍາ ຫວຽດນາມ ເປັນດີຈີຕອນ” ໄດ້ເລີ່ມເຄື່ອນໄຫວແຕ່ວັນທີ 1 ມັງກອນ 2018, ຜັນຂະຫຍາຍໃນພຶດຕິກຳຕົວຈິງ, ມີບາງໝາກຜົນໃນເບື້ອງຕົ້ນແລ້ວ ຈຶ່ງສ້າງຕັ້ງຄະນະຊີ້ນຳ.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ ຄວນປຸກລຸກຄວາມຕັດສິນໃຈ, ແຜ່ຂະຫຍາຍຄວາມເມົາມົວກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີ, ມີຄວາມມຸ່ງຫວັງໃນການປະດິດສ້າງ, ການອຸທິດສ່ວນຂອງທົ່ວສັງຄົມ. ການປະຕິບັດແຜນຮ່າງຈະປະກອບສ່ວນເພີ່ມທະວີການຄົ້ນຄວ້າວິທະຍາສາດ, ພັດທະນາເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດການປ່ຽນແປງໃໝ່ຫົວຄິດປະດິດສ້າງ…ດ້ວຍການປະຕິບັດແບບໃໝ່.

        ຕີລາຄາສູງບັນດາຄວາມມານະພະຍາຍາມ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາສະມາຊິກຄະນະຊີ້ນຳ, ວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງໃຫ້ບັນດາວິສາຫະກິດໂທລະຄົມມະນາຄົມໃຫຍ່ຄື: VNPT, Mobifone, Viettel ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການພັດທະນາ, ເຊື່ອມຕໍ່ພື້ນຖານໂຄງລ່າງດ້ານເຕັກນິກຂອງແຜນຮ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ